ຮັບຮູ້ຄວາມຮູ້ສຶກປີໃຫມ່ຈີນ ຢູ່ງານວັດບຸນປີໃຫມ່ກຸດຈີນທີ່ຖະໜົນເກົ່ານະຄອນຄຸນໝິງ

2020-01-21 15:52:35 |ມາຈາກ: Yunnan Gateway

ເພື່ອເປັນການຕ້ອນຮັບບຸນປີໃຫມ່ກຸດຈີນ, ງານວັດບຸນປີໃຫມ່ກຸດຈີນຢູ່ຖະໜົນເກົ່ານະຄອນຄຸນໝິງມີຊີວິດຊີວາຫລາຍ. ໃນຕະຫຼາດສິນຄ້າເຄື່ອງປະເພນີ, ເຕັມໄປດ້ວຍສິນຄ້າຫຼາກຫຼາຍເຊັ່ນ: ສິນຄ້າລັກສະນະພິເສດຂອງທ້ອງຖິ່ນ, ການວາງສະແດງສິນຄ້າຫັດຖະກຳພື້ນເມືອງ ແລະ ອາຫານອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ດຶງດູດຊາວເມືອງມາຊື້ເຄື່ອງ. ຊາວເມືອງເລາະຫຼີ້ນຢູ່ງານວັດບຸນປີໃຫມ່ກຸດຈີນ, ຊື້ສິນຄ້າ, ສຳຜັດລົດຊາດຂອງບຸນປີໃຫມ່ກຸດຈີນ, ເພື່ອຕ້ອນຮັບບຸນປີໃຫມ່ກຸດຈີນປີຊວດທີ່ຈະມາຮອດນີ້.