ສຳເລັດການວາງຄານຕໍ່ເນື່ອງຂອງ ຂົວໃຫຍ່ຮູ້ທຽວເຊຍຈິ່ນຊາຈ່ຽງ ເສັ້ນທາງດ່ວນຊຽງເກີລິລາ-ລີ້ຈ່ຽງແຂວງຢຸນນານ

2020-01-21 15:55:38 |ມາຈາກ: Yunnan Gateway

ວັນທີ 20 ມັງກອນ, ສຳເລັດການວາງຄານຕໍ່ເນື່ອງຂອງ ຂົວໃຫຍ່ຮູ້ທຽວເຂຍຈິ່ນຊາຈ່ຽງ ເສັ້ນທາງດ່ວນຊຽງເກີລິລາ-ລີ້ຈ່ຽງແຂວງຢຸນນານ,ສຳເລັດໂຄງປະກອບໂຕສຳຄັນຂອງຂົວໃຫຍ່ທັງໝົດ, ໄດ້ວາງພື້ນຖານອັນໜັກແໜ້ນເພື່ອການສັນຈອນເທິງເສັ້ນທາງດ່ວນຊຽງເກີລິລາ-ລີ້ຈ່ຽງແຂວງຢຸນນານ ໃນປີ 2020. ຂົວໃຫຍ່ຕັ້ງຢູ່ລະຫວ່າງພູຫິມະຢີລົງຂອງເມືອງລີ້ຈ່ຽງ ແລະ ພູຫິມະຫາປ່າ ຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດຕີຊິງ, ແມ່ນໂຄງການຄວບຄຸມອັນສຳຄັນທີ່ມີຄວາມຕ້ອງການເຕັກນິກສູງສຸດ ແລະ ການກໍ່ສ້າງທີ່ຫຍຸ້ງຍາກທີ່ສຸດຢູ່ເສັ້ນທາງດ່ວນຊຽງເກີລິລາ-ລີ້ຈ່ຽງແຂວງຢຸນນານ.

ເສັ້ນທາງດ່ວນຊຽງເກີລິລາ-ລີ້ຈ່ຽງມີຄວາມຍາວທັງໝົດປະມານ 140,3 ກິໂລແມັດ, ທົ່ວເສັ້ນທາງມີຂົວ 120 ແຫ່ງ ແລະ ອຸໂມງ 26 ແຫ່ງ, ຂົວ ແລະ ອຸໂມງ ມີອັດຕາສ່ວນເຖິງ 55%. ຂົວໃຫຍ່ຮູ້ທຽວເຊຍຈິ່ນຊາຈ່ຽງມີຄວາມຍາວທັງໝົດມີ 1017 ແມັດ, ຫຼັງຈາກໂຄງການນີ້ສຳເລັດແລ້ວຈະມີຄວາມໝາຍອັນສຳຄັນໃນການປັບປຸງຕາຫນ່າງເສັ້ນທາງດ່ວນຂອງແຂວງຢຸນນານ ແລະ ປະເທດຈີນ, ປັບປຸງສະພາບການຄົມມະນາຄົມສັນຈອນຂອງພາກພື້ນ, ສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ, ເພີ່ມທະວີຄວາມສາມັກຄີຊົນເຜົ່າ, ຊ່ວຍຊຸກຍູ້ເມືອງລີ້ຈ່ຽງ ແລະ ກິ່ງແຂວງຕີຊິງໃນການຕໍ່ສູ້ຕ້ານຄວາມທຸກຍາກ, ແລະ ສົ່ງເສີມການພັດທະນາແບບກ້າວກະໂດດທີ່ມີຄຸນນະພາບສູງ ແລະ ສ້າງສັງຄົມຢູ່ດີມີສຸກໃນ ເຂດທິເບດ ແຂວງຢຸນນານ.