ທິມແພດຊຸດທີ່ສາມຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍອອກເດີນທາງໄປຫູເປີ່ຍແລ້ວ

2020-02-12 15:28:20 |ມາຈາກ: Yunnan Net

ໃນວັນທີ 12 ເດືອນກຸມພາ, ທິມແພດຊຸດທີ່ສາມຂອງແຂວງຢຸນນານອອກເດີນທາງຈາກຄຸນໝິງ, ມຸ່ງຫນ້າໄປເມືອງຊ່ຽນນິງ ແຂວງຫູເປີ່ຍ ເພື່ອຊ່ວຍເຫຼືອແຂວງຫູເປີ່ຍໃນການດຳເນີນການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ທິມແພດນີ້ປະກອບດ້ວຍພະນັກງານແພດ 12 ຄົນທີ່ມາຈາກໂຮງໝໍຢ່ຽນອ່ານຄຸນໝິງ,ໃນນັ້ນມີທ່ານໝໍ 5 ຄົນ, ພະຍາບານ 7 ຄົນ.