ແຂວງຢຸນນານ: ພົນລະເມືອງທີ່ເຂົ້າ ແລະ ອອກສະຖານທີ່ສາທາລະນະຕ້ອງສະແກນລະຫັດ ເພື່ອຕິດຕາມແລະກວດກາການລະບາດຂອງພະຍາດອັກເສບປອດ

2020-02-17 16:37:07 |ມາຈາກ: Yunnan Gateway

ນັບແຕ່ວັນທີ 12 ກຸມພາ, ທົ່ວແຂວງຢຸນນານໄດ້ດຳເນີນການສະແກນລະຫັດ “ຢຸນນານຕໍ່ຕ້ານການລະບາດຂອງພະຍາດອັກເສບປອດ” ໃນສະຖານທີ່ສາທາລະນະຂອງແຂວງຢຸນນານ. ທຸກໆສະຖານທີ່ສາທາລະນະຈະປະຕິບັດລະບົບສະແກນລະຫັດເພື່ອເຂົ້າ-ອອກ. ຜູ້ຊ່ຽວຊານແນະນຳວ່າ, ໂດຍຜ່ານຂໍ້ມູນໃຫຍ່ ສິ່ງນີ້ຈະບັນທຶກຂໍ້ມູນການເດີນທາງຂອງບຸກຄົນຢູ່ໃນສະຖານທີ່ສາທາລະນະ, ດ້ວຍວິທີນີ້ຈະສາມາດຕິດຕາມ ແລະ ກວດກາຕໍ່ການລະບາດຂອງພະຍາດອັກເສບປອດ.