ດອກຜັກມັນທີ່ແຫລ່ງທ່ອງທ່ຽວຖາງຫລາງຊ່ວງເບັ່ງບານອອກດອກ

2020-02-24 16:32:52 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດສາຍພັນໃໝ່, ແຫລ່ງທ່ອງທ່ຽວຖາງຫລາງຊ່ວງໃນເມືອງອ່ານນິງແຂວງຢຸນນານໄດ້ຖືກປິດລົງ. ວັນທີ 22 ກຸມພາ, ແຫລ່ງທ່ອງທ່ຽວຖາງຫລາງຊ່ວງໃນເມືອງອ່ານນິງໄດ້ເປີດຄືນໃໝ່, ຕ້ອນຮັບນັກທ່ອງທ່ຽວກຸ່ມທຳອິດໃນລະດູໃບໄມ້ປົ່ງນີ້. ປັດຈຸບັນ, ໃນແຫລ່ງທ່ອງທ່ຽວຖາງຫລາງຊ່ວງຈຳນວນນັກທ່ອງທ່ຽວຍັງບໍ່ຫຼາຍ, ຄົນສ່ວນຫຼາຍຍັງໃສ່ຜ້າອັດປາກ,ສຳຜັດກັບພາບວີວທິວທັດທຳມະຊາດທີ່ສວຍງາມ.