ໃນວັນທີ 18 ມີນາ ທິມແພດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍຊຸດທຳອິດ 205ຄົນ ໄດ້ກັບມາຄຸນໝິງແລ້ວ

2020-03-18 18:45:53 |ມາຈາກ: Yunnan Gateway

ວັນທີ 18 ມີນາ, ທິມແພດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍຊຸດທຳອິດ 205 ຄົນ ໄດ້ອອກຈາກເມືອງອູຮັ້ນກັບມາຄຸນໝິງແລ້ວ.ແລະມີການຈັດແຈງສະຖານທີ່ພັກຜ່ອນຕາມທີ່ກຳນົດໄວ້ຢ່າງເປັນເອກະພາບ.ອີງຕາມຂໍ້ມູນຂ່າວສານ,ແຂວງຢຸນນານໄດ້ສົ່ງທິມແພດ 10 ຊຸດໄປຊ່ວຍເຫຼືອແຂວງຫູເປີ່ຍ, ມີພະນັກງານແພດທັງຫມົດ 1156 ຄົນ ທີ່ໄປຮອດຫູເປີ່ຍເພື່ອຊ່ວຍເຫຼືອແລະສະໜັບສະໜູນວຽກງານການປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ການກັບຄຸນໝິງຄັ້ງນີ້ແມ່ນທິມແພດຊຸດທີສີ່ ແລະ ຊຸດທີສອງຂອງແຂວງຢຸນນານທີ່ຖືກສົ່ງໄປຊ່ວຍເຫຼືອແຂວງຫູເປີ່ຍ.