ການ​ປ້ອງ​ກັນ​ຄວ​ບ​​ຄຸມ​ພະ​ຍາດ ບົດຮຽນທຳອິດ​ໃນມື້ເປີດສົກຮຽນໃໝ່ ຂອງທ້າວ ລີຢິງເຢົາ ນັກຮຽນມັດທະຍົມຕົ້ນປີທີສາມຄຸນໝິງ

2020-03-24 18:02:40 |ມາຈາກ: Yunnan Gateway

ທ້າວ ລີຢິງເຢົາ ທີ່ມີອາຍຸ 16 ປີ, ຮຽນຢູ່ມັດທະຍົມຕົ້ນປີທີສາມ ຂອງ ໂຮງຮຽນຫມາຍເລກ24ຄຸນໝິງ,ມາຈາກກິ່ງແຂວງຕາຫຼີ້, ລາວ ແລະ ພໍ່ແມ່ ອາໄສຢູ່ຄຸນໝິງ. ເນື່ອງຈາກໄດ້ຮັບຜົນກະທົບຈາກພະ​ຍາດ​ອັກ​ເສບ​ປອດ covid-19, ໂຮງຮຽນໄດ້ເລື່ອນເວລາໃນການເຂົ້າຮຽນ.ທ້າວ ລີຢິງເຢົາ ແລະ ເພື່ອນຮ່ວມຫ້ອງກໍໄດ້ພັກຢູ່ເຮືອນຕະຫລອດ.ວັນທີ 22 ມີນາ,ໂຮງຮຽນແຈ້ງການໃຫ້ນັກຮຽນກັບໂຮງຮຽນ, ຫ້ອງຮຽນຂອງທ້າວ ລີຢິງເຢົາ ປະກອບມີນັກຮຽນ 56 ຄົນ, ໃນບົດຮຽນທຳອິດຂອງການເປີດຮຽນ, ຄູໄດ້ອະທິບາຍກ່ຽວກັບການຂ້າເຊື້ອແລະການປ້ອງກັນການລະບາດໃນໂຮງຮຽນ,ພ້ອມທັງການຈັດການປ້ອງກັນການຂ້າເຊື້ອໃນໂຮງຮຽນໃຫ້ລາວແລະເພື່ອນຮ່ວມຫ້ອງຮຽນຟັງ,ເພື່ອຮັບປະກັນໃຫ້ບັນດານັກຮຽນໄດ້ກັບຄືນຫ້ອງຮຽນຂອງພວກເຂົາຢ່າງປອດໄພ.