ສະມາຊິກຂອງທິມແພດແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍ 754 ຄົນໄດ້ກັບມາຄຸນໝິງແລ້ວ

2020-03-24 18:08:48 |ມາຈາກ: Yunnan Gateway

ວັນທີ 22 ມີນາ, ສະມາຊິກທິມແພດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍ 754 ຄົນໄດ້ກັບຈາກຫູເປີ່ຍມາຄຸນໝິງແລ້ວ.ອີງຕາມຂໍ້ມູນຂ່າວສານ,ແຂວງຢຸນນານໄດ້ສົ່ງທິມແພດ 10 ຊຸດໄປຊ່ວຍເຫຼືອແຂວງຫູເປີ່ຍ, ມີພະນັກງານແພດທັງຫມົດ 1156 ຄົນທີ່ໄປຮອດຫູເປີ່ຍເພື່ອຊ່ວຍເຫຼືອແລະສະໜັບສະໜູນວຽກງານການປ້ອງກັນພະຍາດອັກເສບປອດ covid-19. ຮອດວັນທີ 22 ມີນາ, ມີສະມາຊິກ 1133 ຄົນໄດ້ກັບມາຄຸນໝິງແລ້ວ. ບໍ່ມີພະນັກງານແພດຜູ້ໃດທີ່ຕິດເຊື້ອພະ​ຍາດ​ອັກ​ເສບ​ປອດ covid-19.

ໃນການຕໍ່ສູ້ກັບການລະບາດຂອງພະຍາດອັກເສບປອດ covid-19 ຄັ້ງນີ້, ແຂວງຢຸນນານບໍ່ພຽງແຕ່ໄດ້ສົ່ງທີມແພດເພື່ອຊ່ວຍເຫຼືອແລະສະໜັບສະໜູນແຂວງຫູເປີ່ຍ, ແຕ່ຍັງໄດ້ບໍລິຈາກອຸປະກອນປ້ອງກັນການລະບາດຈຳນວນຫຼວງຫຼາຍ, ລວມທັງຜັກ, ຊີ້ນ, ໄຂ່,ນ້ຳນົມແລະອື່ນໆ, ແລະໄດ້ສ້າງມິດຕະພາບອັນເລິກເຊິ່ງກັບປະຊາຊົນແຂວງຫູເປີ່ຍ.ເມື່ອທິມແພດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍຈະເດີນທາງກັບ, ປະຊາຊົນຂອງແຂວງຫູເປີ່ຍຈຳນວນຫຼາຍໄດ້ອອກມາສົ່ງເພິ່ນ.ປັດຈຸບັນນີ້,ພະນັກງານແພດຂອງທີມແພດກຳລັງພັກຜ່ອນຢູ່ຄຸນໝິງ.