ຕະຫຼາດດອກໄມ້ໂຕ່ວນານຄຸນໝິງຟື້ນຟູການຄ້າຄືນໃຫມ່

2020-04-08 11:05:50 |ມາຈາກ: Yunnan Gateway

ການໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຕະຫຼາດດອກໄມ້ໂຕ່ວນານຄຸນໝິງໄດ້ໂຈະການຊື້ຂາຍ. ຄຽງຄູ່ກັບການລະບາດຂອງພະຍາດໂຄວິດ-19ໃນຄຸນໝິງທີ່ໄດ້ຫລຸດລົງ, ຕະຫຼາດດອກໄມ້ໂຕ່ວນານຄຸນໝິງຄ່ອຍໆເລີ່ມຕົ້ນຟື້ນຟູການຄ້າຄືນໃຫມ່.ວັນທີ 6 ເມສາ, ໃນຕະຫຼາດດອກໄມ້ໂຕ່ວນານຄຸນໝິງ, ພວກເຮົາໄດ້ເຫັນມີນັກທ່ອງທ່ຽວຖ່າຍຮູບເອົາດອກໄມ້ສົດທີ່ຊື້, ມີຊາວເມືອງຊື້ດອກໄມ້ສົດ, ມີຊາວສວນດອກໄມ້ກຳລັງຈັດການກັບດອກໄມ້ ແລະ ຂາຍດອກໄມ້ສົດ.