ເມືອງເຕີຊິນ ແຂວງຢຸນນານ:ການທ່ອງທ່ຽວຊົນນະບົດຊູກຍູ້ລາຍໄດ້ເພີ່ມຂື້ນ

2020-04-16 13:27:52 |ມາຈາກ: Yunnan Gateway

ທ່ານ ສີນາດິງຈູ ຄົນຂອງຊົນເຜົ່າທິເບດທີ່ມີອາຍຸ 51 ປີ,ລາວອາໄສຢູ່ບ້ານຈ່ຽງໂພ ເມືອງເຕີຊິນ ກິ່ງແຂວງຕີຊີ້ງ ແຂວງຢຸນນານ,ບ້ານນ້ອຍແຫ່ງນີ້ມີພາບວີວທີ່ສວຍງາມ,ແຕ່ກ່ອນ,ຢູ່ທີ່ນີ້ການຂົນສົ່ງຄົມມະນາຄົມບໍ່ສະດວກ,ຊາວບ້ານມີຄວາມທຸກຍາກ,ທ່ານ ສີນາດິງຈູ ເພິ່ງພາອາໄສການຂາຍເຄື່ອງດົນຕີມີສາຍ ແລະ ເຮັດໄຮ່ໄຖນາເພື່ອການດຳລົງຊິວິດ.

ໃນຊຸມປີມໍ່ໆມານີ້, ເພື່ອຊ່ວຍໃຫ້ຊາວບ້ານມີລາຍໄດ້ເພີ່ມຂຶ້ນ, ບ້ານຈ່ຽງໂພໄດ້ພັດທະນາຂະແໜງການປູກຝັງ ແລະ ລ້ຽງສັດ, ຍັງໄດ້ພັດທະນາຂະແຫນງການທ່ອງທ່ຽວຊົນນະບົດຢ່າງຕັ້ງໜ້າ. ທ່ານ ສີນາດິງຈູ ເມື່ອແນມເຫັນໂອກາດດັ່ງກ່າວຈຶ່ງໄດ້ເປັນຜູ້ນຳຂອງບ້ານໃນການກໍ່ສ້າງເຮືອນພັກ. ປີກາຍນີ້, ລາຍໄດ້ຄອບຄົວຂອງລາວແມ່ນມີເກືອບ 100,000 ຢວນ (126,742,712 ກີບ).ເມື່ອເຫັນວ່າລາຍໄດ້ຂອງທ່ານ ສີນາດິງຈູ ເພີ່ມຂຶ້ນ, ຊາວບ້ານໄດ້ເລີ່ມຕົ້ນສ້າງເຮືອນພັກແບບຊາວທິເບດ. ພາຍໃນປີນີ້, ເຮືອນພັກທີ່ຢູ່ໃນບ້ານກໍຈະສາມາດເປີດໄດ້ແລ້ວ.

ໃນທຸກມື້ນີ້, ທ່ານ ສີນາດິງຈູ ທີ່ເປັນຕົວແທນໃຫ້ຊາວບ້ານ, ໂດຍອີງໃສ່ຂະແໜງການປູກຝັງ, ການລ້ຽງສັດ ແລະ ການພັດທະນາການທ່ອງທ່ຽວຊົນນະບົດ, ລາຍໄດ້ສະເລ່ຍຂອງຄົນບ້ານຈ່ຽງໂພໄດ້ເພີ່ມຂຶ້ນຈາກ 8,000 ຢວນ (10,139,417 ກີບ) ໃນປີ 2016 ມາເປັນ 26,600 ຢວນໃນປີ 2019 (33,713,561 ກີບ).