ເມືອງຫຸຍຈືແຂວງຢຸນນານ: ຊ່ວຍເຫຼືອປະຊາຊົນທີ່ຍົກຍ້າຍເຮືອນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂື້ນ

2020-04-21 17:45:27 |ມາຈາກ: Yunnan Gateway

ໃນໄລຍະບໍ່ດົນມານີ້, ເມືອງຫຸຍຈືຊຸຈິງແຂວງຢຸນນານໄດ້ຊ່ວຍເຫຼືອໃຫ້ປະຊາຊົນມີວຽກເຮັດງານທຳ,ເຮັດໃຫ້ປະຊາຊົນທີ່ຍົກຍ້າຍເຮືອນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂຶ້ນ.ປັດຈຸບັນນີ້, ໄດ້ຊ່ວຍເຫຼືອປະຊາຊົນທ້ອງຖິ່ນໃຫ້ມີວຽກເຮັດງານທຳ 19,716 ຄົນ.ອີງຕາມສະພາບຂອງຄອບຄົວຜູ້ທຸກຍາກ, ອຳນາດການປົກຄອງທ້ອງຖິ່ນໄດ້ຈັດແຈງໃຫ້ປະຊາຊົນເຮັດວຽກຢູ່ສວນອຸດສາຫະກຳກະສິກຳທັນສະໄໝ, ສະຖານທີ່ພື້ນຖານອຸດສາຫະກຳເພື່ອການແກ້ໄຂຄວາມທຸກຍາກ ແລະ ສະຖານທີ່ອື່ນໆໃນທ້ອງຖິ່ນ.ປັດຈຸບັນ, ສວນອຸດສາຫະກຳກະສິກຳທັນສະໄໝ ແລະ ສະຖານທີ່ພື້ນຖານອຸດສາຫະກຳເພື່ອການແກ້ໄຂຄວາມທຸກຍາກໄດ້ສະໜອງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍກວ່າ 1,000 ໜ່ວຍ ແລະ ໃນແຕ່ລະປີແຕ່ລະຄົນສາມາດບັນລຸລາຍໄດ້ຫຼາຍກວ່າ 14,000 ຢວນ(17,693,704ກີບ)ຂຶ້ນໄປ.