ດອກກຸຫຼາບທີ່ກິນໄດ້ຂອງເມືອງອ່ານນິງແຂວງຢຸນນານເຂົ້າສູ່ລະດູເກັບກ່ຽວ

2020-04-24 14:39:24 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້,ດອກກຸຫຼາບທີ່ກິນໄດ້ຂອງຕາແສງປາເຈຍເມືອງອ່ານນິງແຂວງຢຸນນານເຂົ້າສູ່ລະດູເກັບກ່ຽວ.ຕາແສງປາເຈຍເປັນເຂດພື້ນຖານການຜະລິດດອກກຸຫຼາບທີ່ກິນໄດ້ຂະໜາດໃຫຍ່ທີ່ສຸດໃນແຂວງຢຸນນານ,ຮອດປັດຈຸບັນນີ້,ເນື້ອທີ່ການປູກດອກກຸຫຼາບທີ່ກິນໄດ້ມີເກີນ 640 ເຮັກຕາ,ຜົນຜະລິດດອກກຸຫລາບປະຈຳປີປະມານ 4,500 ໂຕນ,ມູນຄ່າຜະລິດຕະພັນ 67.5 ລ້ານຢວນ (852,272,727,273ກີບ). ດອກກຸຫລາບທີ່ປູກຕົ້ນຕໍແມ່ນນຳມາໃຊ້ໃນການຜະລິດສິນຄ້າຈາກດອກກຸຫຼາບເຊັ່ນ ເຂົ້າໜົມອົມດອກກຸຫລາບ, ເຂົ້າໜົມໄສ້ດອກກຸຫຼາບ, ດອກກຸຫລາບແຫ້ງ, ຊາກຸຫລາບ,ສະບູ່ຫອມດອກກຸຫລາບ, ເຄື່ອງດື່ມດອກກຸຫລາບ ແລະ ຜະລິດຕະພັນອື່ນໆ.