ຊີວິດໃໝ່ຂອງບ້ານລາຮູ້

2020-04-26 16:55:45 |ມາຈາກ: Yunnan Gateway

ບ້ານມັ້ນນານ ທີ່ຕັ້ງຢູ່ຕາແສງພູປູ້ລາງເມືອງເມິງຫາຍແຂວງຢຸນນານ, ແຕ່ກ່ອນບ້ານມັ້ນນານເປັນບ້ານທຸກຍາກທີ່ມີຊື່ສຽງໃນທ້ອງຖິ່ນ, ໃນບ້ານນີ້ມີຊາວເມືອງຊົນເຜົ່າລາຮູ້17ຄອບຄົວ, ພວກເພິ່ນເວົ້າພາສາຈີນບໍ່ເປັນ,ລະດັບວັດທະນະທຳຕໍ່າຫຼາຍ. ເພື່ອຊ່ວຍຊາວເມືອງເຫລົ່ານີ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ອຳນາດການປົກຄອງທ້ອງຖິ່ນບໍ່ພຽງແຕ່ຊ່ວຍຊາວບ້ານຍົກຍ້າຍເຂົ້າໄປຢູ່ເຮືອນໃໝ່, ຍັງສອນພວກເພິ່ນເວົ້າພາສາຈີນກາງ, ສອນລ້ຽງໝູມັ້ນນານ,ປູກເຂົ້າແລະອື່ນໆ. ໃນປັດຈຸບັນນີ້, ຊາວບ້ານຫຼາຍຄົນໄດ້ລ້ຽງໄກ່ແລະປູກຕົ້ນຊາ. ໃນປີ 2019,ລາຍໄດ້ສະເລ່ຍຂອງຊາວບ້ານບ້ານມັ້ນນານແມ່ນ 8026 ຢວນ(10146650ກີບ). ໃນຕົ້ນປີ2020, ແຂວງຢຸນນານແຈ້ງການຢ່າງເປັນທາງການວ່າຊົນເຜົ່າລາຮູ້ ແລະ 9 ຊົນເຜົ່າທີ່ມີຄົນໜ້ອຍ ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກໝົດຊົນເຜົ່າ.