ຊັ້ນປະຖົມສຶກສາປີທີ 4, 5 ແລະ 6ຂອງໂຮງຮຽນປະຖົມ ຄຸນໝິງເປີດການຮຽນການສອນ

2020-04-28 17:32:15 |ມາຈາກ: Yunnan Gateway

ວັນທີ 26 ເມສາ,ໂຮງຮຽນປະຖົມ(ປໍ 4, 5 ແລະ 6)ທີ່ໄດ້ບັນລຸເງື່ອນໄຂການເປີດໂຮງຮຽນໃນຄຸນໝິງໄດ້ເປີດຮຽນຢ່າງເປັນລະບຽບ. ໃນໂຮງຮຽນປະຖົມອູເຊີງຄຸນໝິງ, ເພື່ອຮັບປະກັນໃຫ້ນັກຮຽນຟື້ນຟູການຮຽນຢ່າງປອດໄພ,ນັກຮຽນ ແລະ ຄູໝົດທຸກຄົນທີ່ເຂົ້າສູ່ໂຮງຮຽນຕ້ອງໃສ່ຜ້າອັດປາກ,ແລະ ທຸກຄົນຕ້ອງຮັກສາໄລຍະຫ່າງ 1 ແມັດ ,ໂຮງຮຽນຍັງຈະກຳນົດເວລາຂ້າເຊື້ອ ແລະ ກວດອຸນຫະພູມຮ່າງກາຍສາມຄັ້ງທຸກໆມື້.ໃນມື້ທີ່ເປີດຮຽນ, ໂຮງຮຽນໄດ້ຈັດພິທີຮ້ອງເພງຊາດແລະເອົາທຸງຊາດຂຶ້ນເສົາ. ໃນບົດຮຽນທຳອິດຂອງການເປີດຮຽນ, ຄູໄດ້ ສອນຄວາມຮູ້ກ່ຽວກັບການປ້ອງກັນການລະບາດຂອງພະຍາດ ແລະ ການຂ້າເຊື້ອໃຫ້ນັກຮຽນ.ນັກຮຽນຍັງໄດ້ຍ້ອງຍໍທິມແພດຂອງແຂວງຢຸນນານທີ່ໄດ້ໄປຊ່ວຍເຫຼືອແຂວງຫູເປີ່ຍ ແລະ ວິລະຊົນທີ່ຕ້ານການລະບາດຂອງພະຍາດໂດຍຜ່ານການສະແດງຜົນງານຂອງພວກເຂົາກ່ຽວກັບຫົວຂໍ້ການຕ້ານລະບາດເຊັ່ນ: ການຂຽນຕົວອັກສອນຈີນ, ການແຕ້ມຮູບ, ແລະການຕັດເຈ້ຍ.