ການປ່ຽນແປງຂອງບ້ານຈູເຜີງໃນ 5 ປີທີ່ຜ່ານມາ

2020-06-03 16:52:13 |ມາຈາກ: Yunnan Gateway

ບ້ານຈູເຜີງ ຕັ້ງຢູ່ ເມືອງຢານຊານ ແຂວງຢຸນນານ, ຍ້ອນວ່າການຄົມມະນາຄົມບໍ່ສະດວກສະບາຍແລະດິນຈືດ, ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ແມ່ນທຸກຍາກ.ນັບແຕ່ປີ 2010 ຕົ້ນມາ, ບ້ານຈູເຜີງມີ ຊາວບ້ານ 60 ຄອບຄົວ ເລີ່ມຍ້າຍອອກຈາກບ້ານຈູເຜີງເຂົ້າໄປຢູ່ເຮືອນໃຫມ່, ຍັງເຫລືອພຽງແຕ່ ຄອບຄົວທຸກຍາກ 36 ຄອບຄົວ, ເພື່ອເຮັດໃຫ້ກຸ່ມຄົນທຸກຍາກເຫລົ່ານີ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂື້ນ, ອຳນາດການປົກຄອງເມືອງຢານຊານໄດ້ຈັດຕັ້ງປະຕິບັດການຍົກຍ້າຍບ້ານທັງໝົດ,ໃຫ້ປະຊາຊົນທຸກຄົນຂອງບ້ານຈູເຜີງໄດ້ຖືກຍົກຍ້າຍໄປຢູ່ບ່ອນທີ່ລັດຖະບານວາງແຜນຈັດສັນໃຫ້ເພື່ອອາໄສ, ປ່ຽນແປງສະຖານະການຄວາມທຸກຍາກຂອງບ້ານຈູເຜີງ. 

ໃນປັດຈຸບັນນີ້, ປະຊາຊົນບ້ານຈູເຜີງໄດ້ຍົກຍ້າຍໄປຢູ່ສະຖານທີ່ຈັດສັນຢູ່ເມືອງຢານຊານ, ໃນນີ້ທັງໝົດມີ 1069 ຄົນ 223 ຄອບຄົວ, ແມ່ນສະຖານທີ່ຈັດສັນທີ່ໃຫຍ່ທີ່ສຸດໃນເມືອງຢານຊານ. ສະຖານທີ່ຈັດສັນມີ ຊົນເຜົ່າຮ້ານ,ຊົນເຜົ່າຈວງ, ຊົນເຜົ່າຢີ, ຊົນເຜົ່າມົ້ງອາໄສຢູ່,ຊາວເມືອງດຳລົງຊີວິດຢູ່ນີ້ເປັນຄືຄອບຄົວໜຶ່ງທີ່ມີຄວາມສາມັກຄີກົມກຽວ.