ນາງ ດູຊູລີນນາ ຮຽນຮູ້ ແລະ ສືບທອດ ລະຄອນງິ້ວຢຸນນານ

2020-06-18 16:49:51 |ມາຈາກ: Yunnan Gateway

ລະຄອນງິ້ວຢຸນນານມີປະຫວັດສາດກວ່າ 200 ປີ,ແລະ ໄດ້ຖືກບັນທຶກເຂົ້າໃນບັນຊີມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແຫ່ງຊາດໃນປີ 2008.

ນາງ ດູຊູລີນນາ ເລີ່ມຮຽນລະຄອນງິ້ວຢຸນນານຕັ້ງແຕ່ຕອນອາຍຸ 9 ປີ. ຄວາມຮັກຂອງນາງຕໍ່ກັບລະຄອນງິ້ວຢຸນນານແມ່ນມາຈາກຄອບຄົວ. ນາງ ດູຊູລີນນາ ເວົ້າວ່າ: “ພໍ່ຕູ້ຂອງຂ້ອຍແມ່ນຄົນຫນຶ່ງທີ່ເປັນຜູ້ຮັກມັກໃນລະຄອນງິ້ວຢຸນນານ, ແລະພໍ່ຂອງຂ້ອຍແມ່ນນັກສະແດງລະຄອນງິ້ວຢຸນນານມືອາຊີບ, ຂ້ອຍມັກລະຄອນງິ້ວຢຸນນານຕັ້ງແຕ່ຕອນຂ້ອຍເປັນເດັກນ້ອຍ, ແລະ ຂ້ອຍຫວັງວ່າຈະກາຍເປັນນັກສະແດງລະຄອນງິ້ວຢຸນນານອາຊີບໃນອະນາຄົດ.”


ປະຈຸບັນ, ນາງ ດູຊູລີນນາ ໄດ້ສຳເລັດການຮຽນ 4 ປີເຄິ່ງໃນວິທະຍາໄລວິຊາຊີບສິລະປະວັດທະນະທຳແຂວງຢຸນນານ, ແລະ ໄດ້ຮັບການຝຶກອົບຮົມຢູ່ໂຮງລະຄອນງິ້ວຢຸນນານຂອງແຂວງຢຸນນານ. ນາງຫວັງວ່າຈະສົ່ງເສີມການສະແດງລະຄອນງິ້ວຢຸນນານຮ່ວມກັບຄູອາຈານ ແລະ ຫມູ່ນັກຮຽນ.