ເສັ້ນທາງລົດໄຟຕາລີນເລີ່ມປູຮາງ

2020-06-18 17:05:44 |ມາຈາກ: Yunnan Gateway

ວັນທີ 15 ມິຖຸນາ, ເສັ້ນທາງລົດໄຟຕາລີນ (ເມືອງຕາຫຼີ້-ເມືອງລີນຊາງ) ໄດ້ເລີ່ມປູຮາງຢ່າງເປັນທາງການ,ເຊິ່ງໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການເປີດ ແລະ ນຳໃຊ້ທາງລົດໄຟຕາມກຳນົດ. ອີງຕາມຂໍ້ມູນຂ່າວສານ, ເສັ້ນທາງລົດໄຟຕາລີນຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ມີຄວາມຍາວທັງໝົດ 202 ກິໂລແມັດ. ຫລັງຈາກທາງລົດໄຟຕາລີນໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ແລ້ວ, ຈາກຄຸນໝິງໄປຫາລີນຊາງ ໃຊ້ເວລາພຽງແຕ່ປະມານ 3 ຊົ່ວໂມງ, ເຊິ່ງຈະສິ້ນສຸດປະຫວັດສາດຂອງການບໍ່ມີເສັ້ນທາງລົດໄຟຂອງເມືອງລີນຊາງແຂວງຢຸນນານ.

ທາງລົດໄຟຕາລີນແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງ ເສັ້ນທາງລົດໄຟຈີນ-ມຽນມາ ຕອນປະເທດຈີນ, ຫຼັງຈາກທາງລົດໄຟສຳເລັດແລ້ວ, ຈະກາຍເປັນເສັ້ນທາງທາງບົກທີ່ສະດວກທີ່ສຸດຈາກຈີນໄປອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ແລະສ້າງ ການເປີດປະຕູ ຂອງຈີນຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຮູບແບບໃໝ່.