ການຫໍ່ເຂົ້າຕົ້ມ ຕ້ອນຮັບວັນບຸນເຂົ້າຕົ້ມ

2020-06-24 19:23:55 |ມາຈາກ: Yunnan Gateway

ວັນທີ 5 ເດືອນ 5 ຕາມປະຕິທິນຈັນທະຄະຕິຂອງທຸກໆປີແມ່ນບຸນປະເພນີພື້ນເມືອງຈີນ--ບຸນເຂົ້າຕົ້ມ (ຫລືວັນບຸນໄຫວ້ບະຈ່າງ). ບຸນນີ້ ກັບ ວັນຊິງໝິງ (ວັນເຊັງເມັ້ງ), ບຸນປີໃຫມ່ກຸດຈີນ,ບຸນໄຫວ້ພະຈັນມີຊື່ເອີ້ນວ່າ 4 ບຸນປະເພນີໃຫຍ່ຂອງຈີນ. ໃນບຸນເຂົ້າຕົ້ມນີ້, ຊາວຈີນຈະຈັດກິດຈະກຳງານລ້ຽງສະຫຼອງ, ຄືການແຂ່ງຂັນຊ່ວງເຮືອ ແລະ ອາຫານສຳຄັນທີ່ຂາດບໍ່ໄດ້ສຳລັບບຸນເຂົ້າຕົ້ມນີ້ແມ່ນເຂົ້າຕົ້ມ ແລະ ໄຂ່ເຄັມ.

ໃນມື້ມໍ່ໆມານີ້, ມີຮ້ານໜຶ່ງທີ່ເຮັດເຂົ້າຕົ້ມຢູ່ຖະໜົນຊີນເວີນນານ ເມືອງຄຸນໝິງ ເລີ່ມຂາຍເຂົ້າຕົ້ມໃຫ້ປະຊາຊົນ.ນາງ ຈ້ຽງຊຸນຢິງ ເຈົ້າຂອງຮ້ານນີ້ບອກໃຫ້ນັກຂ່າວຮູ້ວ່າ, ຮ້ານຂອງລາວຂາຍເຂົ້າຕົ້ມໃນບຸນເຂົ້າຕົ້ມທຸກປີ,ຂາຍມາໄດ້ຫລາຍສິບປີແລ້ວ. ເຂົ້າຕົ້ມໃນຮ້ານນີ້ມີລົດຊາດແຕກຕ່າງກັນ,ແລະ ໃຊ້ວັດຖຸດິບທີ່ມີຄຸນນະພາບສູງ, ສະນັ້ນ, ເຂົ້າຕົ້ມຂອງຮ້ານນີ້ແມ່ນໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກແລະ ມີຊາວເມືອງຫຼາຍຄົນທີ່ມາຊື້ ແລະ ສັ່ງຊື້ໃນແຕ່ລະປີ.