ການຄ້າຂາຍເຫັດປ່າຂອງເມືອງນານຫົວກິ່ງແຂວງຊູຊົງກຳລັງຮຸ່ງເຮືອງ

2020-07-20 17:17:01 |ມາຈາກ: Yunnan Gateway

ໃນປັດຈຸບັນ, ແມ່ນໄລຍະທີ່ເຫັດປ່າຂອງແຂວງຢຸນນານເຂົ້າສູ່ທ້ອງຕະຫຼາດ. ໃນສູນກາງຄ້າຂາຍເຫັດປ່າ ເມືອງນານຫົວ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊູຊົງ, ພໍ່ຄ້າຂາຍເຫັດກຳລັງເກັບຊື້ເຫັດປ່າທຸກຊະນິດໃນມື້ນັ້ນ; ເຫັດປ່າທີ່ມີຢ່າງຫຼວງຫລາຍໄດ້ເຂົ້າສູ່ທ້ອງຕະຫຼາດແລ້ວ, ລາຄາກໍໄດ້ຫຼຸດລົງ, ເຊິ່ງດຶງດູດຊາວເມືອງຈຳນວນຫຼາຍມາຕະຫຼາດເພື່ອຊື້ເຫັດປ່າ.ເມືອງນານຫົວ ມີສະພາບອາກາດ, ພູມສາດ ແລະ ສະພາບແວດລ້ອມທາງນິເວດທີ່ດີເລີດ, ແລະ ໄດ້ບົ່ມເພາະຊັບພະຍາກອນເຫັດປ່າທີ່ສາມາດກິນໄດ້ຢ່າງອຸດົມສົມບູນ, ປະເພດ, ຈຳນວນ ແລະ ຄຸນນະພາບຂອງເຫັດປ່າທີ່ສາມາດກິນໄດ້ຈັດຢູ່ໃນແຖວໜ້າຂອງປະເທດ, ເຊິ່ງໄດ້ຮັບນາມມະຍົດຕ່າງໆເຊັ່ນ "ເມືອງຂອງເຫັດປ່າໃນຈີນ", "ອານາຈັກເຫັດປ່າ", "ເມືອງ ເຫັດປ່າ ແລະ ອາຫານແຊບໃນປະເທດຈີນ" ແລະ ຊື່ສຽງອື່ນໆ. ໃນຖານະທີ່ເປັນເຂດການຜະລິດ ແລະ ເຂດຈຸດສຸມອັນຕົ້ນຕໍຂອງເຫັດປ່າທີ່ສາມາດກິນໄດ້ໃນແຂວງຢຸນນານ, ປະລິມານການຊື້ຂາຍ ແລະ ກະຈາຍສິນຄ້າເຫັດປ່າທີ່ສາມາດກິນໄດ້ຢູ່ເມືອງນານຫົວມີຫຼາຍກ່ວາ 8,000 ໂຕນໃນທຸກປີ, ແລະຈຳນວນການຊື້ຂາຍເກີນ 600 ລ້ານຢວນ (85,74 ລ້ານໂດລາສະຫະລັດ). ຂະແໜງການເຫັດປ່າບໍ່ພຽງແຕ່ແມ່ນຂະແໜງການອັນຕົ້ນຕໍຂອງເມືອງນານຫົວ,ຍັງແມ່ນຂະແໜງການນິເວດຂອງຊາວນາເຂດພູດອຍໃນການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.


ສຳນັກຂ່າວເວັບໄຊຢຸນນານ ຢາງຈຶງ