“ບ້ານເກີດຂອງເຄື່ອງປັ້ນດິນເຜົາ”:ບ້ານວານເຢົາ ເມືອງລີນຊາງ ແຂວງຢຸນນານ

2020-11-11 10:32:01 |ມາຈາກ: Yunnan Gateway

ບ້ານວານເຢົາ ຕາແສງໂປຊັງ ເຂດລົນຊຽງ ເມືອງລີນຊາງ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ຢູ່ນີ້ຊັບພະຍາກອນດິນກ່າວລີນ (ວັດສະດຸທີ່ໃຊ້ໃນການຜະລິດເຄື່ອງປັ້ນດິນເຜົາ)ມີຄວາມອຸດົມສົມບູນຫຼາຍ,ບ້ານນີ້ມີປະຫວັດສາດການຜະລິດເຄື່ອງປັ້ນດິນເຜົາເກືອບ 300 ປີ, ແລະ ມີຊື່ວ່າ "ບ້ານເກີດຂອງເຄື່ອງປັ້ນດິນເຜົາ". ບ້ານວານເຢົາມີທັງໝົດ 492 ຄອບຄົວ, ໃນນັ້ນມີຊາວບ້ານ 266 ຄອບຄົວ ທີ່ຜະລິດ ແລະ ຂາຍເຄື່ອງປັ້ນດິນເຜົາ. ປັດຈຸບັນນີ້, ຫັດຖະກຳສີມືການຜະລິດເຄື່ອງປັ້ນດິນເຜົາວານເຢົາໄດ້ຖືກຈັດເຂົ້າເປັນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸລະດັບແຂວງ.