ທ້າວ ຕິງເຊີນ ຜູ້ທີ່ອອກມາຈາກບ້ານເທິງພູພຽງ

2020-12-07 17:30:16 |ມາຈາກ: Yunnan Gateway

ທ້າວ ຕິງເຊີນ ຄົນຊົນເຜົ່າທິເບດ ມີອາຍຸ 20 ປີ, ມາຈາກບ້ານຊົນນະບົດນ້ອຍແຫ່ງໜຶ່ງ ຂອງເມືອງຫຼີຖາງ ກິ່ງແຂວງປົກຄອງຕົນເອງຊົນເຜົາທິເບດການຈີ ແຂວງເສສວນ. ກ່ວາ 20 ວັນກ່ອນນີ້, ນັກຖ່າຍຮູບຄົນໜຶ່ງ ໄດ້ເຜີຍແຜ່ວິດີໂອສັ້ນຂອງ ທ້າວ ຕິງເຊີນ ໃນຖານເວທີວິດີໂອສັ້ນ. ພູຫິມະກັບທົ່ງຫຍ້າທີ່ຢູ່ເບື້ອງຫຼັງຂອງໂຕລາວ ພ້ອມຮອຍຍິ້ມທີ່ເບີກບານ ແລະແວວຕາທີ່ແຈ່ມໃສຂອງລາວນັ້ນ, ເຮັດໃຫ້ ທ້າວ ຕິງເຊີນ ດັງໄປຊົ່ວເວລາຂ້າມຄືນ.

ຕໍ່ມາ, ທ້າວ ຕິງເຊີນ ໄດ້ຖືກຮັບເຂົ້າເປັນພະນັກງານຂອງບໍລິສັດພັດທະນາລົງທຶນວັດທະນະທຳ ທ່ອງທ່ຽວ ແລະກິລ ຈຳກັດ ຂອງເມືອງຫຼີຖາງ, ແລະ ເປັນທູດພາບພົດການທ່ອງທ່ຽວຂອງເມືອງຫຼີຖາງ. ບໍ່ດົນມານີ້, ລາວໄດ້ຖ່າຍຮູບເງົາໂຄສະນາການທ່ອງທ່ຽວກິ່ງແຂວງການຈີ, ແລະໄດ້ໄປເມືອງເສິງຕູເຂົ້າຮ່ວມກອງປະຊຸມແນະນຳການທ່ອງທ່ຽວ, ໂຄສະນາແນະນຳບ້ານເກີດເມືອງນອນຂອງຕົນເອງ. ນອກຈາກນັ້ນ, ບໍລິສັດຍັງໄດ້ຈັດໃຫ້ ທ້າວ ຕິງເຊີນ ເປັນຜູ້ບັນຍາຍໃນຫໍພິພິທະພັນນ້ອຍທາງດ້ານວັດທະນະທຳປະເພນີຊົນເຜົ່າທິເບດ.