ຍ່າງເຂົ້າສູ່ສູນກູ້ຊີບຊວ່ຍເຫຼືອສັດປ່າເຂດເຄີເຄີຊີລິ

2020-12-10 15:57:59 |ມາຈາກ: Yunnan Gateway

ເຂດເຄີເຄີຊີລິ ແມ່ນສະຖານທີ່ມໍລະດົກທຳມະຊາດໂລກທີ່ຕັ້ງຢູ່ພູພຽງຊິງຈ້າງ, ມີຄວາມສູງເໜືອລະດັບໜ້ານ້ຳທະເລສະເລ່ຍ ກວ່າ 4,600 ແມັດ, ແລະ ມີສັດປ່າຫຼາຍປະເພດ. ເພື່ອເພີ່ມທະວີການອະນຸລັກສັດປ່າ, ສະຖານີອະນຸລັກໂຊນານດາເຈຍເຄີເຄີຊີລິໄດ້ສ້າງຕັ້ງ ສູນກູ້ຊີບຊວ່ຍເຫຼືອສັດປ່າໃນປີ 2000. ນັບຕັ້ງແຕ່ມີການປະຕິບັດງານຂອງສູນກູ້ຊີບຊວ່ຍເຫຼືອສັດປ່າ, ສັດປ່າຫຼາຍກວ່າ 300ໂຕ ໄດ້ຮັບການກູ້ຊີບຊ່ວຍເຫຼືອ, ລ້ຽງ ແລະ ປິ່ນປົວ. ປະຈຸບັນນີ້, ມີມັ່ງທິເບດ 13 ໂຕ, ແກະດຳ 1 ໂຕ ແລະ ມັ່ງນ້ອຍ 1 ໂຕ ອາໄສຢູ່ສູນກູ້ຊີບຊວ່ຍເຫຼືອ, ເມື່ອມັນຟື້ນຟູສຸຂະພາບ, ແລະ ມີເງື່ອນໄຂທີ່ສອດຄ່ອງກັບການປ່ອຍເຂົ້າປ່າ, ພວກມັນຈະຖືກປ່ອຍຄືນສູ່ທຳມະຊາດ.