ເມືອງຊີເມືອງ ແຂວງຢຸນນານ: ຕ່ຳແຜ່ນແພ ຕໍ່າເອົາຊີວິດທີ່ດີງາມ

2020-12-23 09:28:15 |ມາຈາກ: Yunnan Gateway

ໃນຊຸມປີມໍ່ໆມານີ້, ອຳນາດການປົກຄອງຂອງເມືອງປົກຄອງຕົນເອງຊົນເຜົ່າວາຊີເມືອງ ເມືອງພູເອີ ແຂວງຢຸນນານ ໄດ້ດຳເນີນວຽກງານການປົກປັກຮັກສາມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ແລະໄດ້ຊ່ວຍໃຫ້ຊາວຊົນເຜົ່າວາສືບທອດປະຫວັດສາດ ແລະວັດທະນະທຳຂອງເຜົ່າຕົນເອງ ໂດຍການກໍ່ສ້າງຫໍພິພິທະພັນ ແລະນຳເອົາບໍລິສັດວັດທະນະທຳເຂົ້າມາ. ໃນນັ້ນ, ຜະລິດຕະພັນແຜ່ນແພຫັດຖະກໍາຫຼາຍແບບຫຼາຍແນວທີ່ຜະລິດໂດຍບໍລິສັດວັດທະນະທຳຊົນເຜົ່າປະທັບໃຈຊີເມືອງຈຳກັດ ທີ່ຢູ່ໃນບ້ານຢາງໂລ ເມືອງມົງໂຊນັ້ນ ,ແມ່ນສົ່ງໄປຂາຍຢູ່ຕະຫຼາດພາຍໃນ ແລະຕ່າງປະເທດ. ໄປພ້ອມກັບການປົກປັກຮັກສາສີມືສິລະປະກຳຂອງຊົນເຜົ່າວາ ກໍຍັງຊ່ວຍໃຫ້ພີ່ນ້ອງຊົນເຜົ່າວາບັນລຸເຖິງການປະກອບອາຊີບ ແລະເພີ່ມລາຍໄດ້ ຢູ່ບ້ານຂອງຕົນເອງ.