ຄວາມສວຍງາມຂອງນິເວດໃນລຸ່ມນ້ຳແມ່ນ້ຳຈິງຊາແຂວງຢຸນນານ

2020-01-08 17:46:07 |ມາຈາກ: Yunnan Gateway

ລຸ່ມນ້ຳແມ່ນ້ຳຈິງຊາຂອງແມ່ນ້ຳຢາງຊີກຽງທີ່ໄຫລຜ່ານແຂວງຢຸນນານມີຄວາມຍາວ 1560 ກິໂລແມັດ, ເຂດນຳ້ໄຫລຜ່ານກວມເອົາ 7 ກິ່ງແຂວງ(ເມືອງ)ເຊິ່ງມີ ກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດດີຊິງ, ເມືອງລີ້ຈ່ຽງ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າປ່າຍຕ້າຫຼີ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊູຊົງ, ນະຄອນຄຸນໝິງ, ເມືອງຊູຈິ້ງ, ເມືອງຈ່າວທ່ອງ, ແຂວງຢຸນນານແມ່ນສາກປ້ອງກັນດ້ານຄວາມປອດໄພນິເວດອັນສຳຄັນໃນເຂດເທິງແມ່ນ້ຳຢັງຊີກຽງ, ແລະ ມີບົດບາດທີ່ສຳຄັນໃນການຊຸກຍູ້ການປົກປັກຮັກສາແລະການພັດທະນາແລວທາງເສດຖະກິດແມ່ນ້ຳຢາງຊີກຽງ.ໃນຂະບວນການສົ່ງເສີມການພັດທະນາແລວທາງເສດຖະກິດແມ່ນ້ຳຢາງຊີກຽງຢ່າງຕັ້ງຫນ້າ, ແຂວງຢຸນນານກໍຄົ້ນຄວ້າສະແຫວງຫາເສັ້ນທາງໃຫມ່ໃນການພັດທະນາສີຂຽວ ແລະ ໃຫ້ບູລິມະສິດທາງນິເວດ.