ເມືອງເອີຊານ ແຂວງຢຸນນານ: ຕ້ອນຮັບງານບຸນຄ່າຍຊິນຈ່ຽຍ

2020-01-15 17:04:32 |ມາຈາກ: Yunnan Gateway

ງານບຸນຄ່າຍຊິນຈ່ຽຍແມ່ນງານບຸນປະເພນີຂອງຊົນເຜົ່າຢີໃນເມືອງປົກຄອງຕົນເອງຊົນເຜົ່າຢີເອີຊານເມືອງຢີຊີແຂວງຢຸນນານ. ໃນມື້ຂອງງານບຸນຄ່າຍຊິນຈ່ຽຍ, ບໍ່ພຽງແຕ່ມີການສະແດງຟ້ອນປະເພດຕ່າງໆຂອງຊົນເຜົ່າຢີເທົ່ານັ້ນ, ແຕ່ຍັງມີການສະແດງສິລະປະວັດທະນະທຳເຊັ່ນ: ການແຂ່ງຂັນຟ້ອນຮົ່ວກູຊົນເຜົ່າຢີ, ການແຂ່ງຂັນຮ້ອງເພັງພື້ນເມືອງ, ການຂາຍຊຸດເສື້ອຜ້າຂອງຊົນເຜົ່າຢີ, ແລະ ງານລ້ຽງຕ່າງໆ. ພ້ອມດຽວກັນນີ້, ຍັງມີຕະຫລາດທີ່ຂາຍສິນຄ້າ ແລະ ອາຫານຫວ່າງທີ່ຫລາກຫລາຍ.