ດອກໄມ້ຈາກຕະຫຼາດດອກໄມ້ໂຕ່ວນານຈຳຫນ່າຍໄປທັງພາຍໃນ ແລະ ຕ່າງປະເທດ

2020-01-17 16:45:30 |ມາຈາກ: Yunnan Gateway

ເບິ່ງດອກໄມ້, ຊື້ດອກໄມ້, ຮັບຮູ້ຄວາມຮູ້ສຶກຂອງຕະຫຼາດຄ້າຂາຍດອກໄມ້ທີ່ໃຫຍ່ທີ່ສຸດຂອງຈີນ, ສຳຜັດວັດທະນະທຳດອກໄມ້ທີ່ເຂັ້ມແຂງ ແລະ ປະເພນີຖະໜົນດອກໄມ້, ມື້ນີ້, ຕະຫຼາດດອກໄມ້ໂຕ່ວນານ ຈາກທີ່ເປັນຕະຫຼາດຄ້າຂາຍດອກໄມ້ພຽງຢ່າງດຽວ, ພັດທະນາກາຍເປັນສະຖານທີ່ການທ່ອງທ່ຽວ ແລະ ເຂດສຳຜັດການພັກຜ່ອນ , ພ້ອມດຽວກັນນັ້ນ, ຕະຫຼາດດອກໄມ້ໂຕ່ວນານໄດ້ປະສົມປະສານກັບຂໍ້ລິເລີ່ມ “ໜຶ່ງແລ້ວ ໜຶ່ງເສັ້ນທາງ”, ເລັ່ງລັດການກໍ່ສ້າງຕາແສງດອກໄມ້ໂຕ່ວນານຄຸນໝິງລະດັບຊາດ, ຕັ້ງຫນ້າໃນການສ້າງສາສູນການຄ້າຂາຍດອກໄມ້ສົດທີ່ນຳພາທົ່ວປະເທດ ແລະ ເຜີຍແຜ່ໄປສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້.

ປັດຈຸບັນນີ້, ໃນທຸກມື້ ຕະຫຼາດດອກໄມ້ໂຕ່ວນານຈະມີດອກໄມ້ 100 ປະເພດໃຫຍ່ 1600 ກວ່າແນວ ທີ່ເຂົ້າມາຈຳຫນ່າຍຢູ່ຕະຫຼາດ. ໃນປີ 2019, ຄາດການວ່າຈະມີດອກໄມ້ຂອງຕະຫຼາດດອກໄມ້ໂຕ່ວນານເກີນ 9,1 ຕື້ດອກທີ່ຈະຈຳຫນ່າຍໄປທັງພາຍໃນ ແລະ ຕ່າງປະເທດ, ກວມເອົາ 70% ຂອງສ່ວນແບ່ງຕະຫຼາດຂອງປະເທດຈີນ, ສົ່ງອອກໄປຫລາຍກວ່າ 50 ປະເທດ ແລະ ເຂດແຄວ້ນ. ເສດຖະກິດດອກໄມ້ເຮັດໃຫ້ຄົນຫຼາຍກວ່າ 1.000.000 ຄົນມີວຽກເຮັດງານທຳ. ຄຽງຄູ່ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ໄດ້ຮັບການຊຸກຍູ້ລົງເລິກໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ດອກໄມ້ທີ່ປູກຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ມຽນມາ, ໄທ, ຫວຽດນາມ, ລາວ ແລະ ປະເທດອື່ນໆ ໄດ້ເລີ່ມເຂົ້າສູ່ຕະຫຼາດດອກໄມ້ໂຕ່ວນານຢ່າງຫຼວງຫຼາຍ, ແລະ ໄດ້ເລີ່ມຈາກບ່ອນນີ້ເຂົ້າສູ່ຕະຫຼາດປະເທດຈີນ.