ໃນເມືອງພູເອີ, ມີອາຫານແຊບທີ່ຊື່ວ່າ “ບາບີຄິວມໍເຮີຍ”

2020-01-20 17:15:57 |ມາຈາກ: Yunnan Gateway

ເມື່ອເວົ້າເຖິງບາບີຄິວຢຸນນານ, ບາບີຄິວມໍເຮີຍ ຂອງເມືອງນິງເອີ ແມ່ນມີຊື່ສຽງໃນແຂວງຢຸນນານຢ່າງແນ່ນອນ, ບາບີຄິວມໍເຮີຍບໍ່ພຽງແຕ່ໄດ້ຮັບຄວາມນິຍົມຈາກຄົນສືເມົາເທົ່ານັ້ນ, ແຕ່ຍັງມີຄົນພູເອີຈຳນວນຫລາຍທີ່ມາ “ເລາະກິນບາບີຄິວ” ຢູ່ມໍເຮີຍ. ມີທັງຊີ້ນໝູປີ້ງ, ຕີນໄກ່ປີ້ງ, ເຕົ້າຮູ້ປີ້ງ, ເຫັດເພືອງປີ້ງ, ດ້ວງ... ອາຫານທີ່ຄວນມີແມ່ນມີຄົບທຸກສິ່ງຢ່າງ.