ບຸນວັດທະນະທຳນົກສີດາປາກແດງຄຸນໝິງໃຊ້ແສງໄຟອວຍພອນບຸນປີໃຫມ່ກຸດຈີນ

2020-01-22 15:47:09 |ມາຈາກ: Yunnan Gateway

ຕອນຄ່ຳວັນທີ 20 ມັງກອນ, ບຸນວັດທະນະທຳນົກສີດາປາກແດງຄຸນໝິງຄັ້ງທີ 13 ໄດ້ຈັດພິທີເປີດການວາງສະແດງແສງໄຟ 3D ໃນສວນສາທາລະນະຢຸນເລືອ, ສະຖານທີ່ 5 ແຫ່ງ ໄດ້ດຳເນີນການວາງສະແດງແສງໄຟເຊັ່ນ: ສະໜາມຫົວຢີ, ສະໜາມຖະໜົນຄົນຍ່າງນານຜິ່ງ, ສະໜາມບໍລຽນ, ຖະໜົນສີວິໄລ, ສວນສາທາລະນະຢຸນເລືອ. ການສະແດງແສງໄຟໄດ້ສະແດງທັດສະນີຍະພາບທີ່ສວຍງາມໃນຕອນຄ່ຳຂອງເມືອງຄຸນໝິງ, ເປັນການສົ່ງຄຳອວຍພອນບຸນປີໃຫມ່ກຸດຈີນອັນດີງາມ.