ໃນລະຫວ່າງການລະບາດ, ນົກສີດາປາກແດງໃນຄຸນໝິງມີຜູ້ມາໃຫ້ອາຫານໂດຍສະເພາະ

2020-02-04 11:01:07 |ມາຈາກ: Yunnan Gateway

ນັບຕັ້ງແຕ່ການເລີ່ມຕົ້ນການປ້ອງກັນ ແລະ ຄວບຄຸມພະ​ຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່, ຄຸນໝິງໄດ້ປິດສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໃນນັ້ນມີສວນຊຸຍຫູ, ໜອງຕ່ຽນຊື ແລະ ອື່ນໆ,ເພື່ອເປັນການຮັບປະກັນວ່າການມາຫລົບຫນາວຂອງນົກສີດາປາກແດງ ຢູ່ຄຸນໝິງເປັນໄປຢ່າງສະດວກ, ນັບຕັ້ງແຕ່ວັນທີ 26 ມັງກອນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຸນໝິງ ແລະ ພະແນກອື່ນໆໄດ້ຈັດຕັ້ງພະນັກງານໄປເກືອອາຫານໃຫ້ນົກຢູ່ສະຖານທີ່ໃຫ້ອາຫານຕົ້ນຕໍຂອງນົກສີດາປາກແດງສອງຄັ້ງຕໍ່ມື້, ອາຫານນົກຫຼາຍກ່ວາ 1,000 ກິໂລໄດ້ຖືກເກືອໃນທຸກໆມື້.