ເຂດທ່ອງທ່ຽວນາເຄີລີຢຸນນານຟື້ນຟູການບໍລິການຄືນໃຫມ່

2020-03-09 16:49:36 |ມາຈາກ: Yunnan Gateway

ເນື່ອງຈາກໄດ້ຮັບຜົນກະທົບຂອງການລະບາດ, ເຂດທ່ອງທ່ຽວຕາແສງຖະໜົນບູຮານຊາມ້ານິງເອີ-ນາເຄີລີໄດ້ຖືກປິດລົງ. ໃນມື້ມໍ່ໆມານີ້, ເຂດທ່ອງທ່ຽວຕາແສງຖະໜົນບູຮານຊາມ້ານິງເອີ-ນາເຄີລີໄດ້ຟື້ນຟູການບໍລິການຄືນໃຫມ່. ນັກຂ່າວໄດ້ເຫັນວ່າໃນຕາແສງຖະໜົນບູຮານຊາມ້ານາເຄີລີໃນເມືອງນິງເອີພູເອີແຂວງຢຸນນານ, ຮ້ານອາຫານໃນເຂດທ່ອງທ່ຽວມີສິນຄ້າຫຼາຍຊະນິດເຊັ່ນ ຜັກສົດ, ເຂົ້າໜົມປັງ, ເຕົ້າຫູ້ ແລະ ອື່ນໆ. ນອກຈາກນີ້, ທຸລະກິດບໍລິການຂອງເຂດທ່ອງທ່ຽວຍັງໄດ້ເປີດຮ້ານຄືນເຊັ່ນ ບັນດາຮ້ານອາຫານວາງ, ຮ້ານຫັດຖະກຳ ແລະ ອື່ນໆ.