ມະຫາວິທະຍາໄລອູຮັ້ນສະແດງພາບວີວທີ່ສວຍງາມຂອງດອກຊາກຸລະໃນໂຮງຮຽນໃຫ້ປະຊາຊົນເບິ່ງອອນລາຍ

2020-03-19 18:07:04 |ມາຈາກ: Yunnan Gateway

ເຂົ້າສູ່ເດືອນມີນາ,ດອກຊາກຸລະເບັ່ງບານອອກດອກໃນມະຫາວິທະຍາໄລອູຮັ້ນ.ເນື່ອງຈາກການປ້ອງກັນ-ຄວບຄຸມເຊື້ອພະຍາດ COVID-19, ໂຮງຮຽນຍັງບໍ່ເປີດໃຫ້ປະຊາຊົນເຂົ້າເບິ່ງ, ເພື່ອຕອບສະໜອງຄວາມຄາດຫວັງຂອງປະຊາຊົນຕໍ່ພາບວີວທິວທັດທີ່ສວຍງາມ, ມະຫາວິທະຍາໄລອູຮັ້ນໄດ້ເປີດໃຫ້ເຂົ້າຊົມເບິ່ງດອກຊາກຸລະທາງອອນລາຍ, ໃນວັນທີ 16 ຫາ 25 ມີນາ ຕອນເຊົ້າ 10 ໂມງຫາຕອນບ່າຍ 16 ໂມງແຕ່ລະມື້, ຈະມີການສະແດງພາບວິວຕົວຈິງຂອງດອກຊາກຸລະໃນໂຮງຮຽນໃຫ້ປະຊາຊົນໄດ້ເບິ່ງຜ່ານທາງອິນເຕີເນັດ.