ການທ່ອງທ່ຽວຂອງເມືອງບູຮານຊວງລັງຕາຫຼີ້ຟື້ນຟູການບໍລິການຄືນໃຫມ່ຢ່າງເປັນລະບຽບຮຽບຮ້ອຍ

2020-04-21 17:58:01 |ມາຈາກ: Yunnan Gateway

ນັບແຕ່ເຂດທ່ອງທ່ຽວເມືອງບູຮານຊວງລັງຕາຫຼີ້ຟື້ນຟູການບໍລິການຄືນໃຫມ່ຢ່າງເປັນລະບຽບຮຽບຮ້ອຍ, ເຂດທ່ອງທ່ຽວໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມການລະບາດຂອງພະຍາດເປັນຢ່າງດີ, ນັກທ່ອງທ່ຽວແລະພະນັກງານທຸກຄົນທີ່ເຂົ້າມາແລະອອກຈາກເຂດທ່ອງທ່ຽວຕ້ອງໃສ່ຜ້າອັດປາກ, ວັດແທກອຸນຫະພູມຮ່າງກາຍ, ແລະສະແກນລະຫັດສຸຂະພາບ. ແລະ ທຸກມື້ມີການຂ້າເຊື້ອສອງຄັ້ງໃນເຂດທ່ອງທ່ຽວ. ໃນປັດຈຸບັນນີ້, ຮ້ານອາຫານແລະເຮືອນພັກໃນເຂດທ່ອງທ່ຽວມີ 720 ຮ້ານໄດ້ຟື້ນຟູທຸລະກິດຄືນໃຫມ່. ວັນທີ 19 ເມສາ,ເຂດທ່ອງທ່ຽວເມືອງບູຮານຊວງລັງໄດ້ຮັບນັກທ່ອງທ່ຽວເກືອບ 5000 ເທື່ອຄົນ, ມີ 1436 ຄົນເຂົ້າມາພັກຢູ່ນີ້.