ຂະແໜງການການທ່ອງທ່ຽວວັດທະນະທຳຂອງເມືອງມີເລີ້ແຂວງຢຸນນານສົ່ງເສີມລາຍໄດ້ເພີ່ມຂື້ນ

2020-04-24 14:42:20 |ມາຈາກ: Yunnan Gateway

ໃນຊຸມປີມໍ່ໆມານີ້, ເມືອງມີເລີ້ ແຂວງຢຸນນານ ໄດ້ພັດທະນາການທ່ອງທ່ຽວຢ່າງແຂງແຮງ. ຊາວບ້ານໄດ້ປ່ອຍດິນໃຫ້ເຊົ່າໃນລາຄາ 800 ຢວນ( 1,012,658 ກີບ) ຫາ 1200 ຢວນ (1,518,987ກີບ) ຕໍ່ປີ, ແລ້ວປູກດອກໄມ້ ແລະ ເຮັດໃຫ້ຕອນດິນປ່ຽນເປັນເຂດທ່ອງທ່ຽວ, ໃຫ້ຊາວບ້ານເຮັດວຽກຢູ່ໃນເຂດທ່ອງທ່ຽວ.ປະຈຸບັນມີຊາວນາ 106 ຄົນເຮັດວຽກຢູ່ເຂດທ່ອງທ່ຽວ, ລາຍໄດ້ສະເລ່ຍຕໍ່ປີແມ່ນ 26,000 ຢວນ (32,911,392ກີບ). ໂດຍຜ່ານການພັດທະນາຂະແໜງການການທ່ອງທ່ຽວ, ໃນແຕ່ລະປີຈະເຮັດໃຫ້ຄົວເຮືອນຊາວບ້ານມີລາຍໄດ້ເພີ່ມຂຶ້ນຫຼາຍກ່ວາ 50,000 ຢວນ (63,291,139 ກີບ).