ຍີ່ຫໍ້“ຢີຮົວຊິ້ວ"ສົ່ງໃບສັ່ງຈອງຮອດເຮືອນຜູ້ຫຍິບແສ່ວ

2020-06-03 16:46:47 |ມາຈາກ: Yunnan Gateway

ການຫຍິບແສ່ວຂອງຊົນເຜົ່າຢີມີປະຫວັດຍາວນານ, ວິທີຫຍິບປັກຖັກແສ່ວອັນເປັນເອກະລັກ, ມີຫລາຍປະເພດ, ຮູບແບບທີ່ອຸດົມສົມບູນ, ມີສີສັນຫລາກຫລາຍ, ແລະ ມີເອກະລັກສະເພາະ.ເພື່ອສະແດງການຫຍິບແສ່ວຊົນເຜົ່າຂອງປະຊາຊົນຊົນເຜົ່າຢີ ແລະ ສະແດງວັດທະນະທຳຫຍິບແສ່ວຂອງຊົນເຜົ່າຢີທີ່ດີຍິ່ງຂຶ້ນ, ສົ່ງເສີມການພັດທະນາປະດິດສ້າງໃຫມ່ຂອງຂະແໜງການວັດທະນະທຳ ເມືອງຈ່ຽວທ່ອງ ແຂວງຢຸນນານ, ກຸ່ມບໍລິສັດຈົງຢຸນດ້າຊີ ໄດ້ສ້າງຕັ້ງຍີ່ຫໍ້ຂະແໜງການວັດທະນະທຳຫຍິບແສ່ວຊົນເຜົ່າທີ່ມີຊື່ວ່າ “ຢີຮົວຊິ້ວ", ຮູບແບບການພັດທະນາທີ່ມີຄວາມປະດິດສ້າງໃຫມ່, ສົ່ງໃບສັ່ງຈອງ ຮອດເຮືອນຜູ້ຫຍິບແສ່ວ, ເອົາການຫຍິບແສ່ວປ່ຽນເປັນສິນຄ້າ, ການເຊື່ອມຕໍ່ຝີມືຫັດຖະກຳຫຍິບແສ່ວກັບຕະຫລາດທີ່ມີປະສິດທິຜົນ, ຍົກລະດັບຄວາມສາມາດການສ້າງຄວາມຮັ່ງມີຂອງແມ່ຍິງຊົນນະບົດ, ແລະຊ່ວຍໃຫ້ປະຊາຊົນທ້ອງຖິ່ນຫລຸດພົ້ນອອກຈາກຄວາມທຸກຍາກ.