ເມືອງຊຸນດ້ຽນ ແຂວງຢຸນນານ: ຕາແສງຝົງລົງວານດຶງດູດນັກທ່ອງທ່ຽວມາທ່ຽວຫຼີ້ນ

2020-06-18 16:46:03 |ມາຈາກ: Yunnan Gateway

ຕາແສງຝົງລົງວານ, ຕັ້ງຢຸ່ເມືອງຊຸນດ້ຽນ ແຂວງຢຸນນານ, ຫ່າງຈາກເມືອງຄຸນໝິງ 85 ກິໂລແມັດ. ໃນຕາແສງມີອ່າງນ້ຳຝົງລົງວານທີ່ມີເນື້ອທີ່ 200 ເຮັກຕາ, ນັບແຕ່ສຳເລັດການກໍ່ຕັ້ງຕາແສງແຫ່ງນີ້,ໄດ້ສ້າງໂຮງແຮມທີ່ມີເອກະລັກພິເສດສຳເລັດຫຼາຍແຫ່ງເຊັ່ນ: ໂຮງແຮມປ້ອມໂຕເມືອງ, ໂຮງແຮມເຮືອນໄມ້, ໂຮງແຮມຖ້ຳ ແລະ ອື່ນໆ, ເສັ້ນທາງທ່ອງທ່ຽວທາງລົດໄຟເພື່ອການຊົມເບິ່ງບ່ອນທ່ອງທ່ຽວມີ 8 ກິໂລແມັດ ແລະ ເສັ້ນທາງທ່ອງທ່ຽວທາງນໍ້າ 16 ກິໂລແມັດໄດ້ເປີດນຳໃຊ້, ເພື່ອກໍ່ສ້າງຕາແສງໃຫ້ກາຍເປັນສະຖານທີ່ເພື່ອການດຳລົງຊີວິດທີ່ແຂງແຮງ.