ເມືອງມີເລີ້ ແຂວງຢຸນນານ: ໝາກອະງຸ່ນສຸກແລ້ວ ຊາວນາກຳລັງເກັບກ່ຽວໝາກອະງຸ່ນ

2020-07-20 17:20:36 |ມາຈາກ: Yunnan Gateway

ໃນສອງສາມມື້ທີ່ຜ່ານມາ, ໝາກອະງຸ່ນຫຼາຍກວ່າ 6,694 ເຮັກຕາທີ່ປູກຢູ່ເມືອງມີເລີ້ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊົນເຜົ່າຮານີ ແຂວງຢຸນນານ ໄດ້ເຂົ້າສູ່ທ້ອງຕະຫຼາດແລ້ວ, ໝາກອະງຸ່ນທີ່ມີຄຸນນະພາບແລະ ລົດຊາດດີໄດ້ຮັບຄວາມນິຍົມຈາກພໍ່ຄ້າຜູ້ເກັບຊື້, ແລະ ໝາກອະງຸ່ນແມ່ນຂາຍໄປທັງພາຍໃນ ແລະ ຕ່າງແຂວງ.ປີກາຍນີ້, ມູນຄ່າຜົນຜະລິດໝາກອະງຸ່ນຂອງເມືອງມີເລີ້ບັນລຸ 560 ລ້ານຢວນ (80,24 ລ້ານໂດລາ). ໃນຊຸມປີມໍ່ໆມານີ້, ການປູກໝາກອະງຸ່ນໄດ້ສົ່ງເສີມການໃຊ້ເຕັກໂນໂລຢີໃໝ່, ນຳເຂົ້າແນວພັນໃໝ່, ຍົກລະດັບການປູກ, ແລະ ສົ່ງເສີມຄຸນນະພາບ ກັບ ປະສິດທິພາບຂອງໝາກອະງຸ່ນໃຫ້ດີຂຶ້ນ,ລາຍໄດ້ຂອງຊາວກະສິກອນຜູ້ປູກໝາກອະງຸ່ນກໍເພີ່ມຂຶ້ນ.

 

ສຳນັກຂ່າວເວັບໄຊຢຸນນານ ຜູຈ່າຍຢົງ