ງານບຸນໄຫລເຮືອໄຟສິບສອງພັນນາປີ 2020 ສະແດງວັດທະນະທຳຊົນເຜົ່າໄທລື້ທີ່ອຸດົມສົມບູນ

2020-11-05 16:23:15 |ມາຈາກ: Yunnan Gateway

ງານບຸນໄຫລເຮືອໄຟສິບສອງພັນນາປີ 2020 ໄດ້ເປີດຂຶ້ນ ໃນວັນທີ 30 ຕຸລາຢູ່ເຂດສະຖານທີ່ທ່ອງທ່ຽວເກົ້າຈວາງສີຊວາງຈີນເມືອງຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາແຂວງຢຸນນານ. ພ້ອມດຽວກັນນັ້ນ, ຍັງມີງານວາງສະແດງໂຄມໄຟ ໃນຫົວຂໍ້ວັດທະນະທຳຊົນເຜົ່າໄທລື້ຂະໜາດໃຫຍ່ຄັ້ງທຳອິດໃນປະເທດຈີນ--ໄຕ້ໄຟໃນງານວາງສະແດງໂຄມໄຟຊົນເຜົ່າໄທລື້ສິບສອງພັນນາ, ງານວາງສະແດງນີ້ຈະມີຮອດວັນທີ 10 ພຶດສະພາ ປີ 2021.

ງານບຸນໄຫລເຮືອໄຟແມ່ນງານບຸນປະເພນີຂອງຊາວເຜົ່າໄທລື້ໃນເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ໃນມື້ເປີດງານມີກິດຈະກຳຕ່າງໆເຊັ່ນ: ງານສະແດງຂະບວນລົດແຫ່ທີ່ມີຫົວຂໍ້ເປັນ ວັດທະນະທຳຊົນເຜົ່າໄທລື້, ການສະແດງເພງກັບ ເຕັ້ນ ແລະ ອື່ນໆ, ຊາວເມືອງ ແລະ ນັກທ່ອງທ່ຽວລອຍກະທົງໃນເຂດນ້ຳອ້ອມຮອບບໍລິເວນຂອງເຂດທ່ອງທ່ຽວ,ຂໍພອນ ແລະ ຮັບຮູ້ຄວາມຮູ້ສຶກສະເໜ່ວັດທະນະທຳຊົນເຜົ່າໄທລື້.

ໃນໄລຍະງານບຸນດັ່ງກ່າວນີ້, ການແຂ່ງຂັນຮອບສຸດທ້າຍຂອງການປະກວດນາງງາມນາງສາວໄຫລເຮືອໄຟສິບສອງພັນນາປີ 2020 ໄດ້ຖືກຈັດຂື້ນໃນເຂດທ່ອງທ່ຽວ,ເຊິ່ງເປັນກິດຈະກຳທີ່ສຳຄັນໜຶ່ງຂອງງານບຸນໄຫລເຮືອໄຟ, ຜູ້ເຂົ້າປະກວດ 30 ຄົນໄດ້ນຸ່ງຊຸດຊົນເຜົ່າໄທລື້ເທິງເວທີການແຂ່ງຂັນຮອບສຸດທ້າຍ, ໂດຍຜ່ານການແນະນຳຕົວເອງ, ການຍ່າງສະແດງຊຸດປະຈຳຊົນເຜົ່າ, ການສະແດງຄວາມສາມາດຕົນເອງ ແລະ ອື່ນໆ ມາສະແດງສະເໜ່ຂອງຕົນ.