ສຳຜັດສະເໜ່ຂອງວັດທະນະທຳເຄື່ອງນຸ່ງ ຊົນເຜົ່າຮ້ານ

2020-11-25 15:36:21 |ມາຈາກ: Yunnan Gateway

ໃນຕອນເຊົ້າຂອງວັນທີ 21 ພະຈິກ,ງານບຸນເຄື່ອງນຸ່ງຊົນເຜົ່າຮ້ານຢຸນນານຄັ້ງທີສອງເລີ່ມຕົ້ນຂຶ້ນຢູ່ ຄຸນໝິງ. ໝູ່ເພື່ອນກວ່າ 100 ຄົນໄດ້ນຸ່ງຮ້ານຝູ(ເຄື່ອງນຸ່ງຊົນເຜົ່າຮ້ານ) ໄດ້ສ້າງຕັ້ງທິມສະແດງເຄື່ອງນຸ່ງຊົນເຜົ່າຮ້ານ ແລະ ປະກົດກາຍຢູ່ເຂດທ່ອງທ່ຽວຈິນມ້າປີ້ຈີ່ ເມືອງຄຸນໝິງ, ເພື່ອສະແດງວັດທະນະທຳເຄື່ອງນຸ່ງຊົນເຜົ່າຮ້ານໃຫ້ແກ່ຊາວເມືອງ. ໃນລະຫວ່າງກິດຈະກຳດັ່ງກ່າວນີ້, ຊາວເມືອງສາມາດເຂົ້າຮ່ວມກິດຈະກຳຕ່າງໆເຊັ່ນ: ການນຸ່ງ ເຄື່ອງນຸ່ງ ຊົນເຜົ່າຮ້ານ, ການຮຽນຮູ້ມາລະຍາດ, ການເລາະຕະຫລາດ ແລະ ອື່ນໆ, ເພື່ອສຳຜັດສະເໜ່ຂອງວັດທະນະທຳເຄື່ອງນຸ່ງ ຊົນເຜົ່າຮ້ານ.