ຕະຫຼາດດອກໄມ້ໂຕ່ຫນານຄຸນໝິງຟື້ນຟູການຄ້າ ແລະ ການປະມູນຄືນໃຫມ່

2020-02-11 17:53:48 |ມາຈາກ: Yunnan Gateway

ວັນທີ 10 ເດືອນກຸມພາ, ຕະຫຼາດດອກໄມ້ໂຕ່ຫນານຄຸນໝິງຟື້ນຟູການຄ້າ ແລະ ການປະມູນຄືນໃຫມ່.ຈຳນວນດອກໄມ້ສົດທີ່ກະກຽມທັງໝົດມີ 3 ລ້ານກວ່າດອກ, ກ່ອນທີ່ຈະເລີ່ມການປະມູນຄືນໃໝ່, ພະນັກງານໄດ້ຂ້າເຊື້ອພະຍາດໃນເຂດອັນສຳຄັນຕ່າງໆຢ່າງຄົບຖ້ວນແລ້ວເຊັ່ນ: ຫ້ອງປະມູນ, ບໍລິເວນຫ້ອງການ ແລະ ພື້ນທີ່ການຂົນສົ່ງ. ຫລັງຈາກນີ້, ສູນການຄ້າປະມູນຂາຍດອກໄມ້ສາກົນຄຸນໝິງຈະດຳເນີນການຂ້າເຊື້ອພະຍາດຢ່າງຫນ້ອຍສອງຄັ້ງຕໍ່ມື້, ຮຽກຮ້ອງໃຫ້ຜູ້ຄ້າຂາຍດອກໄມ້ໃສ່ຜ້າອັດປາກຢ່າງເຂັ້ມງວດ, ວັດແທກອຸນຫະພູມຮ່າງກາຍ, ສະແດງບັດປະຈຳຕົວ ແລະ ບັດການເຮັດທຸລະກຳ. ການຟື້ນຟູການຄ້າ ແລະ ການປະມູນ ກໍເພື່ອເປັນການສ້າງຄວາມຫວັງໃຫ້ແກ່ຊາວກະສິກອນຜູ້ປູກດອກໄມ້ ກັບ ຕ່ອງໂສ້ຂອງອຸດສາຫະກຳ,ແລະ ມີບົດບາດອັນສຳຄັນໃນການຟື້ນຟູຕະຫຼາດ.