ຍົກ​ເລີກ​ການ​ຫ້າມເດີນທາງ​​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ​ແຕ່ສູນ​ໂມງ​ວັນ​ທີ 8 ເມ​ສາ​ນີ້​ຢ່າງ​ເປັນ​ທາງ​ການ

2020-04-08 18:22:22 |ມາຈາກ: CRI

ເວລາ 0 ໂມງຂອງວັນ​ທີ 8 ເມ​ສາ​ນີ້, ຄຽງ​ຄູ່​ກັບ​ລົດ​ເກງຄັນໜຶ່ງແລ່ນອອກຈາກເມືອງ, ນະຄອນອູຮັ້ນໄດ້ຍົກເລີກມາດຕະການຫ້າມເດີນທາງອອກຈາກເມືອງທີ່ປະຕິບັດມາໄດ້ 76 ມື້ ແລະ ຟື້ນຟູການຄົມມະນາຄົມສູ່ພາຍນອກຢ່າງເປັນລະບຽບຮຽບຮ້ອຍ, ປະຊາຊົນສາມາດອອກເມືອງໄດ້ຢ່າງປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍອີງໃສ່ “ໂຄດຂຽວ” ເຊິ່ງເປັນໂຄດສຸຂະພາບແຂວງຮູເປີຍ.

ໂດຍຜ່ານການອະນຸມັດຈາກສູນກາງ, ກອງບັນຊາການປ້ອງກັນຄວບຄຸມພະຍາດ COVID-19 ແຂວງ​ຮູ​ເປີຍ​ປະ​ກາດ​ໃນ​ວັນ​ທີ 8 ເມ​ສາ​ນີ້​ວ່າ, ນັບ​ແຕ່ 0 ໂມງວັນ​ທີ 8 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ ຈະ​ຍົກ​ເລີກ​ມາດ​ຕະ​ການ​ຫ້າມ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ ແລະ ແຂວງ​ຮູ​ເປີຍ.

ທ່ານ​ຈູ່​ຮັ້ນ​ຊຽວ ຫົວ​ໜ້າ​ພະ​ແນກ​ຂົ​ນ​ສົ່ງ​ຄົມ​ມະ​ນາ​ຄົມ​ແຂວງ​ຮູ​ເປີຍ​ກ່າວ​ວ່າ, “ຄຽງ​ຄູ່​ກັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ຫ້າມ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ, ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ຂອງ​ແຂວງ​ຮູ​ເປີຍ​ຈະ​ຟື້ນ​ຟູ​ປົກ​ກະ​ຕິ ແລະ ມີ​ລະ​ບຽບ​ຮຽບ​ຮ້ອຍ. ແຕ່​ບໍ່​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຈະ​ຍົກ​ເລີກ​ມາດ​ຕະ​ການ​ປ້ອງ​ກັນ, ພວກ​ເຮົາ​ຍັງ​ຈະ​ປະ​ຕິ​ບັດ​ງານ​ເພື່ອ​ໃຫ້​ການ​ຂົ​ນ​ສົ່ງ​ໃນ​ຮູບ​ການ​ຕ່າງໆ​ເຊື່ອມ​ຕໍ່​ກັນ ເພື່ອ​ຮັບ​ປະ​ກັນ​ຜູ້​ໂດຍ​ສານ​ໃຫ້​ເຂົ້າ​ອອກ​ໄດ້​ຢ່າງ​ສະ​ດວກ.”