ທ່ານສີຈິ້ນຜີງກວດກາວຽກງານອະນຸລັກສິ່ງແວດລ້ອມຢູ່ເຂດສາຍພູຊິນຫລິງ

2020-04-21 18:09:10 |ມາຈາກ: CRI

ວັນທີ 20 ເມສານີ້ ທ່ານສີຈິ້ນຜີງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ລົງກວດກາວຽກ ຢູ່ແຂວງສ້ານຊີຂອງຈີນ. ຕອນບ່າຍມື້ດຽວກັນທ່ານໄດ້ເດີນທາງໄປຮອດເຂດສະຫງວນທຳມະຊາດລະດັບຊາດທີ່ພູຫນຽວເປ້ຫລຽງຂອງສາຍພູຊິນຫລິງທີ່ເມືອງໂຈ້ສວຍຂອງເມືອງຊາງໂລ້ເພື່ອຊອກຮູ້ສະພາບການອະນຸລັກສິ່ງແວດຊ້ອມຂອງສາຍພູຊິນຫລິງ. ຫລັງຈາກນັ້ນທ່ານໄດ້ເດີນທາງໄປບ້ານຈີ່ນມີເມືອງສ້ຽວຫລິງ ເພື່ອກວດກາວຽກງານແກ້ຂໍ້ຍາກໃນການຫລຸດພົ້ນອອກຈາກຄວາມທຸກຍາກ.