ຜູ້ສົ່ງຈົດໝາຍໃນພູເຂົາ

2020-06-05 15:49:08 |ມາຈາກ: Yunnan Gateway

ຕາແສງເຊີງການ ຕັ້ງຢູ່ເມືອງລູຊູຍ ກິ່ງແຂວງນູຈ່ຽງ ແຂວງຢຸນນານ,ໃນສະຖານທີ່ນີ້ເງື່ອນໄຂທຳມະຊາດຮ້າຍແຮງ, ການຄົມມະນາຄົມບໍ່ສະດວກສະບາຍ, ເປັນຕາແສງທຸກຍາກ. ການສົ່ງ ແລະ ຮັບຈົດໝາຍຫຍຸ້ງຍາກຫລາຍ. ທ່ານ ຊ່າງນານຊາຍ ແມ່ນ ບຸລຸດໄປສະນີຂອງ ບໍລິສັດໄປສະນີແຫ່ງປະເທດຈີນຈຳກັດ ສາຂາກິ່ງແຂວງນູຈ່ຽງ ຕາແສງເຊີງການ, ປະຊາຊົນຊົນເຜົ່າລີຊູໃນທ້ອງຖິ່ນເອີ້ນລາວວ່າ "ໂທເອຫາຜາ" (ພາສາລີຊູ, ຊຶ່ງຫມາຍຄວາມວ່າ "ຜູ້ສົ່ງຈົດໝາຍ"). ໃນໄລຍະທີ່ເຮັດວຽກ 32 ປີທີ່ຜ່ານມາ, ທ່ານ ຊ່າງນານຊາຍ ໄດ້ສົ່ງໄປສະນີຫຼາຍກວ່າ 1 ລ້ານ ຫໍ່ພັດສະດຸ, ການເດີນທາງສະສົມເປັນໄລຍະທາງຫຼາຍກວ່າ 160,000 ກິໂລແມັດ.

ຫ້ອງການໄປສະນີຕາແສງເຊີງການຮັບຜິດຊອບສົ່ງຈົດໝາຍຮອດ 13 ບ້ານທັງໝົດທີ່ຢູ່ໃນຕາແສງເຊີງການ, ມີໄລຍະທາງທັງໝົດຫຼາຍກວ່າ 380 ກິໂລແມັດ. ແຕ່ກ່ອນ,ຫນຶ່ງເດືອນ ມີ ໄປສະນີພຽງແຕ່ 70-80 ຫໍ່ໃນຫ້ອງການໄປສະນີບ້ານເຊີງການ. ເນື່ອງຈາກວ່າກ່ອນປີ 2001 ບໍ່ມີເສັ້ນທາງຫລວງ,ທ່ານ ຊ່າງນານຊາຍ ໄດ້ພຽງແຕ່ຍ່າງສົ່ງຈົດໝາຍ, ລາວຕ້ອງຍ່າງສະເລ່ຍ 40 - 50 ກິໂລແມັດໃນທຸກໆມື້, ໂດຍປົກກະຕິສົ່ງຈົດໝາຍເທື່ອໜຶ່ງຕ້ອງໃຊ້ເວລາ 5-6 ມື້ຈຶ່ງໄດ້ກັບຄືນ.ດຽວນີ້, ໄປສະນີ ແລະ ຫໍ່ພັດສະດຸກໍມີຮອດ 5000 ຫໍ່ໃນໜຶ່ງເດືອນ. ເພື່ອປັບປຸງປະສິດທິພາບການຈັດສົ່ງໄປສະນີ,ທ່ານ ຊ່າງນານຊາຍ ໄດ້ຂີ່ລົດຈັກສົ່ງຈົດໝາຍ, ແຕ່ວ່າກໍມີອັນຕະລາຍຫຼາຍ.ແຕ່ປີ 2001 ຮອດປັດຈຸບັນນີ້, ທ່ານ ຊ່າງນານຊາຍ ຂີ່ລົດຈັກເພ 5 ຄັນ ແລ້ວ.

ນອກຈາກນັ້ນ, ທ່ານ ຊ່າງນານຊາຍ ໂດຍຜ່ານເວທີກິດຈະການການຄ້າອິເລັກໂຕຣນິກໄປສະນີ, ຊ່ວຍເຫລືອຊາວເມືອງທ້ອງຖິ່ນຂາຍຜະລິດຕະພັນກະສິກຳທີ່ມີລັກສະນະພິເສດໃຫ້ທຸກພາກສ່ວນຂອງປະເທດ,ຊ່ວຍເຫຼືອຊາວເມືອງທ້ອງຖິ່ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂື້ນ.