ທ່ານ​ສີ​ຈີ້ນ​ຜິງວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ນັກ​ຮົບ​ນີ​ລະ​ນາມ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ

2020-09-30 18:08:31 |ມາຈາກ: CRI

ວັນ​ທີ 30 ກັນ​ຍາ​ນີ້ ເປັນ​ວັນ​ລະ​ນຶກ​ເຖິງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ຕາມ​ກົດ​ໝາຍ​ຂອງ​ຈີນ, ພິ​ທີ​ວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ໜ້າ​ອາ​ນຸ​ສາ​ວະ​ລີ​ນັກ​ຮົບ​ນີ​ລະ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ຢ່າງ​ໃຫຍ່​ເຄັ່ງ​ຂຶມ. ທ່ານ​ສີ​ຈີ້ນ​ຜິງ ແລະ ຜູ້​ນຳ​ພັກ​ລັດ​ຈີນ​ທ່ານ​ອື່ນໆ ພ້ອມ​ທັງ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງ​ໆ​ໄດ້​ວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອາ​ນຸ​ສາ​ລະ​ລີ​ນັກ​ຣົບ​ນິ​ລະ​ນາມ.

ເດືອນ​ສິງ​ຫາ​ປີ 2014, ຈີນ​ໄດ້​ກຳ​ນົດ​ໃຫ້​ວັນ​ທີ 30 ກັນ​ຍາ​ຂອງ​ແຕ່​ລະ​ປີ​ເປັນ​ວັນ​ລະ​ນຶກ​ເຖິງວິ​ລະ​ຊົນ ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ຕາມ​ກົດ​ໝາຍ. ຮອດ​ມື້​ດັ່ງ​ກ່າວ​ຂອງ​ທຸກ​ປີ, ຈີນ​ກໍ່​ຈະ​ຈັດ​ກິ​ດ​ຈະ​ກຳ​ລະ​ນຶກ​ເຖິງວັນ​ສຳ​ຄັນ​ດັ່ງ​ກ່າວ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ວິ​ລະ​ຊົນ​ໃນ​ນາມ​ລັດ​ຖະ​ບານ ແລະ ເຮັດ​ໃຫ້​ນ້ຳ​ໃຈ​ວິ​ລະ​ຊົນ​ລົງ​ເລິກ​ເຂົ້າ​ສູ່​ຄວາມ​ຊົງ​ຈຳ​ຂອງ​ປະ​ຊາ​ຊົນ​ທັງ​ຊາດ.

ເດືອນ​ເມ​ສາ​ປີ 2018, ຈີນ​ໄດ້​ຜ່ານ​ການ​ຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ນັກ​ຣົບ​ວິ​ລະ​ຊົນ ແລະ ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ຂອງ​ສ.ປ​.ຈີນ” ຢ່າງ​ເປັນ​ທາງ​ການ, ກຳ​ນົດ​ໃຫ້​ວັນ​ທີ 30 ກັນ​ຍາ​ຂອງ​ແຕ່​ລະ​ປີ​ເປັນ​ວັນ​ລະ​ນຶກ​ເຖິງ​ນັ​ກ​ຮົບ​ວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ ເຊິ່ງ​ຈັດ​ພິ​ທີ​ລະ​ນຶກ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເພື່ອ​ໄວ້​ອາ​ໄລ ແລະ ລະ​ນຶກ​ເຖິງວິ​ລະ​ຊົນ ແລະ ນັກ​ຣົບ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ.