ລົດໄຟຄວາມໄວສູງ (EMU) "ເລກຟູ້ຊິ່ງ" , ແມ່ນລົດໄຟຄວາມໄວສູງ ມາດຕະຖານຈີນທີ່ຄົ້ນຄວ້າແລະຜະລິດໂດຍບໍລິສັດທາງລົດໄຟຈີນ,ມີສິດຊັບສິນທາງປັນຍາທີ່ເປັນເອກະລາດຢ່າງສົມບູນ ແລະ ເປັນລົດໄຟຄວາມໄວສູງມາດຕະຖານຈີນທີ່ມີລະດັບຄວາມກ້າວໜ້າຂອງໂລກ. ລົດໄຟຄວາມໄວສູງ "ເລກຟູ້ຊິ່ງ" ແລ່ນໃນເຂດປົກຄອງຕົນເອງມົງໂກນໃນທີ່ພາກເໜືອຂອງຈີນ, ເຊິ່ງລຽບຕາມເສັ້ນທາງນີ້ ມີ ບັນດາສັດ, ທົ່ງນາ, ແລະ ທະເລດອກໄມ້ ໄດ້ປະກອບກັນເປັນພາບວິວທີ່ສວຍງາມ.