ພາມາເບິ່ງທີ່ສະຖານທີ່ການສັກວັກ​ຊິນປ້ອງກັນພະຍາດໂຄວິດ-19 ຂອງຈີນ

2021-01-13 17:02:53 |ມາຈາກ: Yunnan Gateway

ຫຼາຍມື້ມານີ້, ເມືອງເຫີເຝີຍ ແຂວງອ່ານຫຸຍ ປະເທດຈີນ ສະໜອງການບໍລິການສັກວັກ​ຊິນປ້ອງກັນພະຍາດໂຄວິດ-19 ໃຫ້ສຳລັບກຸ່ມຄົນເປົ້າໝາຍເຊັ່ນ ພວກເຮັດວຽກຂົນສົ່ງຈໍລະຈອນ ພວກໄປສຶກສາແລະເຮັດວຽກຢູ່ຕ່າງປະເທດ ແລະພວກພະນັກງານການແພດ. ສະຖານທີ່ສັກວັກ​ຊິນມີຂັ້ນຕອນເຫຼົ້່ານີ້ ເຊັ່ນ ການກວດອຸນຫະພູມ ແລະຄວາມດັນເລືອດ, ການສອບຖາມປະຫວັດພະຍາດ, ການລົງທະບຽນບັດປະຈຳຕົວ, ການລະບຸໃບໜ້າແລະລາຍເຊັນ, ການສັກຢາວັກຊິນແລະການລໍຖ້າເບິ່ງອາການ ເປັນຕົ້ນ, ການສັກຢາວັກຊີນສຳເລັດໃນເວລາບໍ່ຮອດໜຶ່ງຊົ່ວໂມງ, ຂະບວນການທັງໝົດແມ່ນມີປະສິດທິພາບແລະເປັນລະບຽບຮຽບຮ້ອຍ.