ອຳພັນຫຼາຍກວ່າ 800 ອັນໄດ້ປະກົດຕົວຢູ່ໃນຫໍພິພິທະພັນແຂວງຢຸນນານ

2021-01-15 16:04:09 |ມາຈາກ: Yunnan Gateway




ງານວາງສະແດງພິເສດ "ອຳພັນ - ຈິດວິນຍານຂອງວັດທະນະທຳຊົນເຜົ່າໂປໂລຍ" ໄຂຂຶ້ນຢູ່ຫໍພິພິທະພັນແຂວງຢຸນນານໃນວັນທີ 10 ມັງກອນ, ແລະ ຈະສືບຕໍ່ເປີດໄປຈົນຮອດວັນທີ 10 ມີນາ. ເຄື່ອງວາງສະແດງໃນຫ້ອງວາງສະແດງທັງໝົດມີ 512 ຊຸດ (845 ອັນ) ເຊິ່ງລວມມີຕົວຢ່າງອຳພັນ, ເພັດນິນຈິນດາອຳພັນ,ເຄື່ອງຄວັດອຳພັນ ແລະ ອື່ນໆ.

ງານວາງສະແດງໄດ້ບອກກ່ຽວກັບການຜະລິດ ແລະ ການຄົ້ນພົບຂອງອໍາພັນ, ການພັດທະນາ ແລະ ການນໍາໃຊ້ອໍາພັນຂອງມະນຸດ ແລະ ອື່ນໆ; ນຳໃຊ້ອໍາພັນສະແດງໃຫ້ເຫັນເຖິງວັດທະນະທໍາໂປໂລຍ. ກິດຈະກຳດັ່ງກ່າວມີທັງການຊົມເບິ່ງ, ສິລະປະ ແລະ ວັດທະນະທຳ, ຊ່ວຍໃຫ້ຊາວເມືອງຢຸນນານ ແລະ ນັກທ່ອງທ່ຽວຈາກທຸກເຂດສາມາດເບິ່ງຊົມຄວາມສວຍງາມຂອງອຳພັນ.