ບຸນປີໃຫມ່ກຸດຈີນໃກ້ຈະຮອດແລ້ວ ກິ່ນຫອມຈາກອາຫານທີ່ເອືອບມີຢູ່ທຸກເຮືອນ

2021-01-22 18:44:36 |ມາຈາກ: Yunnan Gateway

ເມື່ອບຸນປີໃຫມ່ກຸດຈີນໃກ້ຈະເຂົ້າມາ, ຊາວບ້ານຢູ່ ເມືອງຊີຊີນານ ເມືອງຮວາງຊານແຂວງອ່ານຮຸຍ ໄດ້ເລີ່ມຕົ້ນການເອືອບອາຫານ ແບບພື້ນເມືອງ ຂອງແຂວງອ່ານຮຸຍເຊັ່ນ ຂາໝູເອືອບ ແລະ ຊີ້ນເອືອບ, ໄສ້ກອກ, ແລະ ຕາກໃຫ້ແຫ້ງ. ລົດຊາດຂອງອາຫານທີ່ເອືອບ ແມ່ນມີກິ່ນຫອມ, ແລະ ເຮັດໃຫ້ທຸກຄົນ ໄດ້ຮູ້ສຶກເຖິງ ບັນຍາກາດຂອງບຸນປີໃຫມ່ກຸດຈີນ, ການຜະລິດ ແລະ ການຕາກຂອງເອືອບພື້ນເມືອງໄດ້ກາຍເປັນທິວທັດທີ່ເປັນເອກະລັກສະເພາະຂອງເມືອງອ່ານຮຸຍ.