ຊີວິດຂອງຄົນລ້ຽງສັດຢູ່ເຂດພູພຽງທິເບດເໜືອໃນລະດູໜາວ

2021-02-04 17:31:31 |ມາຈາກ:

ພວກເດັກນ້ອຍກຳລັງເບິ່ງໂທລະພາບໃນທີ່ພັກອາໄສຂອງຄົນລ້ຽງສັດທີ່ຕັ້ງຢູ່ ບ້ານຊາກາ ເມືອງນ້າມູໂຊ ພາກເໜືອຂອງທິເບດ.

ພູພຽງທິເບດເໜືອ ຕັ້ງຢູ່ພາກເໜືອຂອງທິເບດ, ມີຄວາມສູງສະເລ່ຍກວ່າ 4500 ແມັດ. ໃນລະດູໜາວ, ເຂດພູພຽງພາກເໜືອຂອງທິເບດແມ່ນມີອາກາດເຢັນ ແລະ ອົກຊີແຊນໜ້ອຍ, ອາກາດກໍ່ໂຫດຮ້າຍ, ເປັນດິນແດນທີ່ມີຄົນອາໄສຢູ່ໜ້ອຍຫຼາຍ. ບ້ານຊາກາ ເມືອງນ້າມູໂຊ ພາກເໜືອຂອງທິເບດ ຕັ້ງຢູ່ຝັ່ງທະເລສາບນ້າມູໂຊ, ໃນແຕ່ກ່ອນ, ປະຊາຊົນທີ່ອາໄສຢູ່ທີ່ນີ້ໄດ້ ລ້ຽງສັດເພື່ອການດຳລົງຊີວິດ. ໃນຊຸມປີມໍ່ໆມານີ້, ເຂດປົກຄອງຕົນເອງຕິເບດ ໄດ້ຈັດຕັ້ງປະຕິບັດໂຄງການສ້າງບ້ານສ້າງເຮືອນໃຫ້ແກ່ຄົນລ້ຽງສັດ ແລະ ຊາວນາ,
ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍການກໍ່ສ້າງເຮືອນຂອງຊາວກະສິກອນ ແລະ ຄົນລ້ຽງສັດ, ເຮັດໃຫ້ຄົນລ້ຽງສັດສາມາດຍ້າຍເຂົ້າຢູ່ເຮືອນໃຫມ່, ບັນລຸຄວາມຝັນການດໍາລົງຊີວິດຢ່າງສະຫງົບສຸກ.