ຕ້ອນຮັບບຸນໂຄມໄຟດ້ວຍໂຄມໄຟທີ່ມີຄວາມປະດິດສ້າງໃໝ່

2021-02-26 17:33:10 |ມາຈາກ:

ບຸນໂຄມໄຟໃກ້ຈະມາເຖິງແລ້ວ, ແລະ ໂຮງຮຽນປະຖົມຢູຊີນ ຢູ່ເຂດຢິງຕົງເມືອງຟູຢາງ ແຂວງອານຮຸຍ ໄດ້ເປີດກິດຈະກຳທີ່ມີຫົວຂໍ້ “ເຮັດໂຄມໄຟຂອງຕົນເອງເພື່ອຕ້ອນຮັບບຸນໂຄມໄຟ”, ຈັດຕັ້ງນັກຮຽນປະຖົມເຮັດໂຄມໄຟ ດ້ວຍ ມື ໂດຍໃຊ້ວັດຖຸເຊັ່ນ ປະຕິທິນເກົ່າ, ຂວດເຄື່ອງດື່ມເກົ່າ, ກ່ອງເຂົ້າໜົມ, ຖົງໃສ່ເຄື່ອງ ແລະ ວັດຖຸອື່ນໆ. ໂຄມໄຟຫຼາຍກວ່າ 3,000 ໜ່ວຍທີ່ເຮັດໂດຍນັກຮຽນແມ່ນມີຮູບແບບທີ່ແຕກຕ່າງກັນ, ເຊິ່ງບໍ່ພຽງແຕ່ນຳໃຊ້ສິ່ງເສດເຫຼືອໃນຊີວິດໃຫ້ກາຍເປັນສິ່ງມີຄ່າເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ພວກເຂົາເຂົ້າໃຈຮີດຄອງປະເພນີຂອງບຸນໂຄມໄຟ,ແລະ ຮູ້ສຶກເຖິງສະເໜ່ຂອງວັດທະນະທຳປະເພນີອີກດ້ວຍ.