ເສິງຕູ: ຝຶກຕີມວຍໃນຫ້ອງຮຽນກິລາ

2021-03-18 11:38:44 |ມາຈາກ:

ເມື່ອບໍ່ດົນມານີ້, ຢູ່ໃນໂຮງຮຽນປະຖົມຖະໜົນຢິງປິນລູ ໃນເຂດຈິນນິວ ເມືອງເສິງຕູ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ນັກຮຽນຝຶກອູສິງຕ່າວຟາ (ແມ່ນການຕີມວຍປະເພດໜຶ່ງຂອງຈີນ) ໄດ້ດຶງດູດຄວາມສົນໃຈຫຼາຍ.

ໃນປີ 2011, ໄດ້ມີຫ້ອງຮຽນຕີມວຍຈີນໃນໂຮງຮຽນປະຖົມຖະໜົນຢິງປິນລູ. ທ່ານ ເສິງເຄີ ເກີດໃນຄອບຄົວທີ່ຮຽນ ແລະ ຝຶກຕີມວຍຈີນ, ແລະຍັງເປັນຄູສອນມວຍຈີນໃນໂຮງຮຽນ, ລາວໄດ້ໃຊ້ໃຍແກ້ວແລະ ກາວຊີລິກ ມາເຮັດຮ່າງແບບມີດຂອງລາຊະວົງຖາງປະເທດຈີນ, ແລະ ສອນຕີມວຍໂດຍອີງໃສ່ຈຸດພິເສດກໍຄືອາຍຸຂອງນັກຮຽນ.

ຢູ່ໃນໂຮງຮຽນ,ທ່ານ ເສິງເຄີ ນອກຈາກສອນນັກຮຽນຝຶກຕີມວຍແລ້ວ,ເພິ່ນຍັງສອນຄວາມຮູ້ທີ່ກ່ຽວຂ້ອງກັບການຕີມວຍຂອງຈີນ, ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈວັດທະນະທຳພື້ນເມືອງຂອງຈີນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ
ນັກຂ່າວ:ວາງຊີ